ຊາວໄທຽຂໍຄວາມ ຊ່ວຍເຫລືອຈາກຣັຖບາລ

ຊາວໄທຽ ທີ່ໄດ້ຮັບຜົລ ກະທົບຈາກ ວິກິຕກາຣເມືອງ ຕ່າງກໍພາກັນ ໄປຂໍຄວາມ ຊ່ວຍເຫລືອ ຈາກຣັຖບາລ.
ຫວາດ ສີມູນ
2010.05.24
F-red-fire ພາບຂອງການ ຈູດເຜົາຣະເບີດຣົດ ຮວມທັງຮ້ານຄ້າ ຕຶກອາຄານ ທີ່ໄດ້ຮັບຄວາມເສັຽຫາຍ ຫຼັງຈາກການຕໍ່ຕ້ານ ຣັຖບານທີ່ບາງກອກ
RFA

ພາຍຫລັງເຫຕກາຣ ຄວາມບໍ່ສງົບ ເກີດຂຶ້ນ ຍ້ອນຄວາມຂັດແຍ່ງ ທາງກາຣເມືອງ ທີ່ເຮັດໃຫ້ ກຸ່ມປະທ້ວງ ຈູດເຜົາຕຶກອາຄານ ຫລາຍໆແຫ່ງ ໃນສັປດາ ຜ່ານມານີ້ນັ້ນ ທາງຣັຖບາລ ໄດ້ຈັດຕັ້ງ ຄະນະກັມມະກາຣ ພິເສດ ຂຶ້ນໂດຽກາຣເປັນ ປະທານຂອງທ່ານ ສາທິດ ວົງໜອງເຕີຽ ເພື່ອໃຫ້ຄວາມຊ່ວຍເຫລືອ ຜູ້ໄດ້ຮັບຄວາມ ເສັຽຫາຍ ຍ້ອນຫ້າງຮ້ານ ແລະຕຶກອາຄານ ໄດ້ຖືກເພພັງ ຫລືຈູດເຜົານັ້ນ.

ໜັງສືພິມໄທຽ ແຈ້ງວ່າ ມີບັນດາພວກ ພໍ່ຄ້າຊາວຂາຍ ທີ່ຫ້າງຮ້ານຕ່າງໆ ຂອງເຂົາເຈົ້າໄດ້ ຮັບຄວາມເສັຽຫາຍ ຈາກໄຟໄໝ້ ພາກັນໄປຈົດ ທະບຽນຢ່າງ ຫລວງຫລາຍ ເພື່ອຂໍຄວາມຊ່ວຍ ເຫລືອຈາກທາງກາຣ ຣັຖບາລ ເປັນກາຣບັນເທົາ ດັ່ງທີ່ທ່ານ ອະພິຣັກ ໂກສະໂຍທິນ ທີ່ປຶກສາຂອງ ນາຍົກ ຣັຖມົນຕຣີໄທຽ ໄດ້ກ່າວວ່າ:

ທ່ານວ່າ “ຈະມີກາຣ ປະຕິບັຕຕາມ 3 ຫລັກກາຣເຊັ່ນ: ເຣື່ອງທີ່ໜຶ່ງແມ່ນ ກາຣຊ່ວຍເຫລືອ ເປັນເງິນສຸກເສີນ ເຣື່ອງທີ່ສອງ ກໍແມ່ນເຣື່ອງກາຣ ຫາພື້ນທີ່ໃຫ້ ເຂົາເຈົ້າໄດ້ນຳ ໃຊ້ເປັນຮ້ານຂາຍເຄື່ອງ ໃຫ້ໄດ້ຢ່າງຮີບດ່ວນ ແລະສາມມາ ກໍແມ່ນເຣື່ອງຂອງ ມາຕກາຣທີ່ຈະຊ່ວຍ ເປັນກາຣ ກະຕຸ້ນສົ່ງເສີມກາຣ ຄ້າຂາຍຕ່າງໆ”.

ເຖິງແມ່ນວ່າ ຄວາມເສັຽຫາຍທັງໝົດ ຈາກວິກິຕກາຣເມືອງ ຄັ້ງປະວັຕກາຣ ໃນໄທຽຄັ້ງນີ້ ຍັງເປັນກາຣຍາກ ທີ່ຈະຄຳນວນ ໄດ້ນັ້ນກໍຕາມ ແຕ່ຈາກກາຣໄປ ຈົດທະບຽນ ຂໍຄວາມຊ່ວຍເຫລືອ ຈາກທາງຣັຖບາລ ແຕ່ມື້ວັນທີ່ 21-23 ພຶສພາ ນັ້ນ ຮວມເປັນມູລຄ່າ ບໍ່ຕໍ່າກວ່າ 2.288 billion baht ຫລືປະມານ 70.61 ລ້ານດອລລາຣ໌ ສະຫະຣັຖ ຊຶ່ງເປັນມູລຄ່າ ສຳຫລັບຄວາມເສັຽຫາຍ ຈາກພວກຄ້າຣາຍ ຍ່ອຍເທົ່ານັ້ນ ຊຶ່ງມີບໍ່ຕໍ່າກວ່າ 870 ກວ່າແຫ່ງ.

ໃນຂະນະດຽວກັນ ກໍຍັງມີກາຣ ຈົດທະບຽນ ກ່ຽວກັບ ຄວາມເສັຽຫາຍ ແລະຜົລກະທົບ ຈາກພາຄສ່ວນອື່ນ ຕາມຈຸດສຳຄັນຕ່າງໆ ໃນທົ່ວເຂຕບາງກອກ ນຳດ້ວຍນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.