ໄທຽຈະຊື້ໄຟຟ້າ ຈາກເຂື່ອນນໍ້າງື່ມ 2 ໃນປີ 2011

ໄທຽ ມີກໍາໜົດ ທີ່ຈະຊື້ພລັງ ໄຟຟ້າ ຈາກເຂື່ອນນໍ້າງື່ມ 2 ຂອງເມືອງລາວ ໃນປີ 2011.
ຫວາດ ສີມູນ
2010.02.19

ກາຣໄຟຟ້າ ຝ່າຍຜລິຕ ແຫ່ງ ປະເທສໄທຽ ຫລື Egat ແຈ້ງວ່າ ຈະຊື້ໄຟຟ້າ ຈາກເຂື່ອນນ້ຳງື່ມ 2 ໄດ້ຕາມກາຣ ກຳໜົດທີ່ໄດ້ ຕົກລົງ ໃນຂໍ້ສັນຍາ ໄປແລ້ວ ຫລັງຈາກມີ ກາຣສ້າງສຳເຣັຈ ເປັນທີ່ຮຽບຮ້ອຍ ໃນປີ 2011 ທີ່ຈະມາເຖິງນີ້ ຢ່າງແນ່ນອນ:

ຍານາງວ່າ “ກາຣຊື້ໄຟຟ້າ ຈາກທາງກາຣ ລາວ ໃນງວດໃໝ່ ຈະມີຂຶ້ນ ໃນປີ 2011 ຫລັງຈາກມີ ກາຣເຣີ່ມຜລິຕ ຈາກເຂື່ອນນ້ຳງື່ມ 2 ຊຶ່ງເປັນ ກາຣສ້າງທີ່ ຈະແລ້ວສຳເຣັຈ ຢ່າງວ່ອງໄວ ແລະ ກໍຈະມີ ກາຣຊື້ຕາມ ກຳໜົດທີ່ໄດ້ ຕົກລົງກັນໄວ້ ແລ້ວນັ້ນ”.

ໃນຂນະ ດຽວກັນນີ້ ຍານາງກໍວ່າ ຕາມທີ່ໄດ້ຮັບ ກາຣຣາຍງານ ຈາກທາງກາຣ ລາວ ນັ້ນ ໃນປັຈຈຸບັນນີ້ ໂຄງກາຣ ສ້າງເຂື່ອນນ້ຳງື່ມ 2 ດັ່ງກ່າວ ກໍສຳເຣັຈ ໄປແລ້ວກວ່າ 80% ຊຶ່ງກໍເປັນ ທີ່ຄາດວ່າ ທາງກາຣລາວ ຈະສາມາດ ສົ່ງກະແສໄຟຟ້າ ໃຫ້ຝ່າຍໄທຽ ໄດ້ຕາມກຳໜົດ ທີ່ຈະເຣີ່ມຕົ້ນ ໃນມື້ວັນທີ່ 25 ມີນາ 2011 ຢ່າງແນ່ນອນ ພ້ອມຍັງ ໄດ້ເນັ້ນວ່າ ຈະມີກາຣ ທົດລອງ ກາຣຜລິຕ ໃນຣະຫວ່າງ ທ້າຍປີ 2010 ນີ້.

ຢ່າງໃດກໍຕາມ ໂຄງກາຣສ້າງ ເຂື່ອນນ້ຳງື່ມ 2 ດັ່ງກ່າວໄດ້ ເຣີ່ມລົງມື ກໍ່ສ້າງແຕ່ປີ 2006 ເປັນຕົ້ນມາ ໃນມູລຄ່າ ທັງໝົດ 790 ລ້ານດອລລາຣ໌ ສະຫະຣັຖ ໂດຽບໍຣິສັທ Southeast Asia Energy ຊຶ່ງເປັນ ບໍຣິສັທ ຈົດທະບຽນ ໃນປະເທສລາວ ແລະ ມີບໍຣິສັທ ຖືຫຸ້ນ ຮ່ວມກັນເຖິງ 5 ບໍຣິສັທ ພ້ອມກັບ ຣັຖບາລລາວ ທີ່ມີຫຸ້ນສ່ວນ ນຳ 25% ໂດຽເຂື່ອນໄຟຟ້າ ດັ່ງກ່າວ ຈະສາມາດຜລິຕ ກະແສໄຟຟ້ ໄດ້ 615 ເມກະວັຕ ຊຶ່ງທັ້ງໝົດ ແມ່ນສົ່ງຂາຍໃຫ້ ໄທຽ ໃນອັຕຣາ ປະມານ 1.99 ບາທ ຕໍ່ໜ່ວຍ ໃນຣະຍະ ເວລາທັງໝົດ 25 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.