ໄທຈະຊ່ວຍເຫຼືອລາວ
2010.08.03
ສຳນັກງານ ຄວາມຮ່ວມມື ພັທນາ ເສຖກິດ ກັບປະເທດ ເພື່ອນບ້ານ ອົງການ ມະຫາຊົນ ຂອງໄທ ຫລືຊື່ຫຍໍ້ວ່າ ສພພ ໄດ້ອະນຸມັດ ເງິນຊ່ວຍເຫລືອລ້າ 30 ສ່ວນຮ້ອຍ ແລະ ເງິນກູ້ ດອກເບັ້ຍຕໍ່າ 70 ສ່ວນຮ້ອຍ ໃຫ້ ສປປລາວ ທັງໝົດ 3,042 ລ້ານບາດ ໃນມື້ ວັນຈັນທີ 2 ສິງຫາ 2010.
ຈຳນວນເງິນ ດັ່ງກ່າວ ຈະແບ່ງອອກ ໄປໃຊ້ໃນ 2 ໂຄງການ ຄືໂຄງການ ພັທນາ ຖນົນເລກທີ 11 ເສັ້ນທາງ ສາມແຍກ ສີໄຄ-ນໍ້າສັງ-ເມືອງສັງທອງ ມີ 1,392 ລ້ານບາດ ແລະໂຄງການ ສ້າງລາງຣົດໄຟ ລາວ-ໄທ ລະຍະ ສອງຈາກ ທ່ານາແລ້ງ ຫາ ວຽງຈັນ ມີ 1,650 ລ້ານບາດ. ເຈົ້າໜ້າທີ່ ໄທ ຈາກອົງການ ສພພ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ຄືໂຄງການ ນຶ່ງແມ່ນ ໂຄງການ ພັທນາ ຖນົນ ເລກທີ 11 ແລະ ອີກໂຄງການນຶ່ງ ແມ່ນໂຄງການ ສ້າງລາງຣົດໄຟ ຈາກ ທ່ານາແລ້ງ ຫາ ນະຄອນຫລວງ ວຽງຈັນ ທັງສອງປະເທດ ຢາກໃຫ້ ໂຄງການ ດັ່ງກ່າວເປັນ ສັນຍາລັກ ມື້ຄົບຮອບ 60 ປີ ຄວາມສຳພັນ ທາງການທູດ ລາວ-ໄທ ໃນເດືອນ ທັນວາ ນີ້".
ຄາດວ່າ ການລົງນາມ ລະຫວ່າງ ຄນະຣັຖມົນຕຣີ ໃນສັນຍາ ການຮ່ວມມື ຈະມີຂື້ນ ໃນເດືອນ ຕຸລາ ຫລື ພຶສຈິກາ 2010 ເພື່ອໃຫ້ທັນ ກັບໂອກາດ ຄົບຮອບ 60 ປີ ດັ່ງທີ່ໄດ້ ກ່າວມານັ້ນ. ເຈົ້າໜ້າທີ່ໄທ ໄດ້ເວົ້າ ກ່ຽວກັບ ເງື່ອນໄຂ ໃນການ ຊ່ວຍເຫລືອ ແລະກູ້ຢືມ ໃນຕອນ ນຶ່ງວ່າ:
"ດອກເບັ້ຍແມ່ນ 1.5 ສ່ວນຮ້ອຍ ຕໍ່ປີ ແລະ ອາຍຸສັນຍາ ແມ່ນ 30 ປີ ເວລາປອດດອກ ເບັ້ຍແມ່ນ 10 ປີ ເງື່ອນໄຂ ອີກກໍມີ ຕ້ອງໄດ້ໃຊ້ ບໍຣິສັດ ຮັບເໝົາໄທ ແລະ ທີ່ປຶກສາ ກໍ່ສ້າງຈາກໄທ ຮວມທັງ ອຸປກອນ ກໍ່ສ້າງ ຢ່າງຕໍ່າ 50 ສ່ວນຮ້ອຍ ຕ້ອງເອົາຈາກໄທ".
ນອກຈາກ ສອງໂຄງການ ນີ້ແລ້ວ ລາວ-ໄທ ຍັງມີໂຄງການ ຮ່ວມກັນອີກ ທີ່ກຳລັງ ດຳເນີນຢູ່ ຄືໂຄງການ ສ້ອມແປງ ຖນົນ R3 ຖນົນ T2 ແລະ ຣະບົບ ຣະບາຍນ້ຳ ໃນນະຄອນ ຫລວງວຽງຈັນ ຮວມໄປຮອດ ໂຄງການພັທນາ ເສັ້ນທາງ ຫ້ວຍໂກນ ເມືອງເງິນ ປາກແບງ ແລະການ ສ້ອມແປງ ສນາມບິນ ປາກເຊ ອີກດ້ວຍ.