ສາລອຸທອນຂອງໄທຽ ປະຕິເສຕຄໍາອຸທອນ
2010.06.23
ໃນຂນະດຽວກັນ ທາງກົມສອບສວນ ຄະດີພິເສດ ຫລື DSI ກໍໄດ້ຍື່ນຄຳຮ້ອງ ເພື່ອບໍ່ໃຫ້ສາລ ປ່ອຍຕົວອອກຈາກ ສະຖານທີ່ ຄຸມຂັງ ແຕ່ຢ່າງໃດ ພາຍຫລັງກຳໜົດ ກາຣກັກຂັງ ຈະສິ້ນສຸດລົງ ໃນວັນທີ່ 27 ມີຖຸນາ ນີ້ ພ້ອມຍັງໄດ້ ຂໍຝາກສາລໃຫ້ ກັກຕົວພວກແກນນຳ ຄົນອື່ນໆບໍ່ຕໍ່າກວ່າ 11 ຄົນ ຕື່ມອີກໃນຂັ້ນ ຕໍ່ໄປນັ້ນ.
ແຕ່ວ່າທາງຄນະ ທະນາຍຄວາມຂອງ ທ່ານຈະຕຸພອນ ກໍຢືນຢັນທີ່ ຈະຂໍອຸທອນ ເພື່ອໃຫ້ ທາງກາຣສາລ ໄດ້ອະນຸຍາຕ ໃຫ້ມີກາຣ ປະກັນຕົວ ຜູ້ຕ້ອງຫາ ດັ່ງກ່າວນີ້ ດັ່ງທີ່ທ່ານ ວິນຍັຕ ຊາຕມົນຕຣີ ໄດ້ກ່າວວ່າ:
ທ່ານວ່າ : “ກໍຕ້ອງໄດ້ຍື່ນ ຂໍອຸທອນຕື່ມອີກ ສຳລັບພວກແກນນຳ ຄົນອື່ນໆທັງໝົດ 11 ຄົນນັ້ນ ຊຶ່ງແຕ່ລະຄົນ ກໍມີເຫຕຜົລ ທີ່ມີກາຣປ່ຽນແປງ ສະນັ້ນທາງຄນະ ທະນາຍຄວາມທັງໝົດ ກໍຈະຕ້ອງໄດ້ ອ້າງເຫຕຜົລ ໃນກາຣທີ່ຈະຕ້ອງ ໄດ້ຂໍອຸທອນຕໍ່ ທາງກາຣສາລນັ້ນ”.
ຢ່າງໃດກໍຕາມ ກາຣທີ່ທາງ DSI ໄດ້ສເນີຝາກ ທາງກາຣສາລ ເພື່ອໃຫ້ກັກຕົວ ບັນດາແກນນຳ ດັ່ງກ່າວ ກໍຍ້ອນມີກາຣ ສົງສັຍມີສ່ວນ ພົວພັນນຳກາຣ ກໍ່ກາຣຮ້າຍ ຢູ່ໃນກຸ່ມຜູ້ ຊຸມນຸມທີ່ດຳເນີນ ກາຣປະທ້ວງດົນກວ່າ 2 ເດືອນ ຈົນເກີດມີກາຣ ປະທະກັນ ແລະເຮັດໃຫ້ມີຜູ້ ເສັຽຊີວີຕເຖິງ 90 ຄົນ ແລະໄດ້ຮັບບາດເຈັບ ເກືອບຮອດ 1,900 ຄົນ ໃນຣະຍະທີ່ ຜ່ານມານັ້ນ.