ທາງຣົຖໄຟລາວ ທ່ານາແລ້ງ-ວຽງຈັນ
2010.08.09
ສໍານັກງານ ຄວາມຮ່ວມມື ພັທນາ ເສຖກິຈ ກັບປະເທດ ເພື່ອນບ້ານຂອງໄທ ຫລື NEDA ເປີດເຜີຽວ່າ ຣັຖບານໄທ ສະແດງ ເຈຕຈໍານົງ ໃນເບື້ອງຕົ້ນ ທີ່ຈະ ສນັບສນູນ ເງິນຊ່ວຍເຫລືອ ໂຄງການກໍ່ສ້າງ ເສັ້ນທາງຣົຖໄຟ ລະຍະສອງ ຂອງລາວ ລະຫ່ວາງ ສະຖານີ ທ່ານາແລ້ງ ໄປຍັງ ສະຖານີ ກາງເມືອງ ນະຄອນຫລວງ ວຽງຈັນ ຊື່ງມີ ຄວາມຍາວ 9 ກິໂລແມັດ. ໃນຂນະນີ້ ຍັງລໍຖ້າແຕ່ ຣັຖບານ ອະນຸມັດ ຂັ້ນສຸດທ້າຍຢູ່. ຄາດວ່າ ການເຊັນສັນຍາ ຢ່າງເປັນທາງ ການລະຫ່ວາງ ລາວກັບໄທ ຈະມີຂື້ນ ໃນປີ ງົບປະມານ 2011- 2012 ດັ່ງເຈົ້າໜ້າທີ່ ປະຈໍາອົງການ NEDA ເວົ້າວ່າ:
"ຕອນນີ້ ຄືຜ່ານ ຄນະກໍາມະການ ທີ່ເບິ່ງກ່ຽວກັບ ເຣື້ອງປະເທດ ເພື່ອນບ້ານແລ້ວ ຫລືເຂົ້າຄນະ ຣັຖມົນຕຣີ ກໍອາດໃຫ້ ຄວາມຊ່ວຍເຫລືອ ເປັນປີ ງົບປະມານ ໜ້າ ກໍຄືຈະ ໄດ້ໄປເຈຣະຈາ ລົງນາມກັບລາວ ຢ່າງເປັນທາງ ການຕໍ່ໄປ".
ຄນະກັມມະການ ພັທນາ ຄວາມຮ່ວມມື ທາງເສດຖກິດ ກັບປະເທດ ເພື່ອນບ້ານຂອງໄທ ໄດ້ເຫັນດີ ໃຫ້ຄວາມຊ່ວຍ ເຫລືອດ້ານ ງົບປະມານ ໂຄງການຂຍາຍ ທາງຣົຖໄຟ ລະຍະ 2 ເມື່ອວັນທີ 2 ສິງຫາປີ 2010 ໃນວົງເງິນ 1,650 ລ້ານບາດ. ປັດຈຸບັນນີ້ ການອອກແບບ ໂຄງການ ແລະການເຮັດ ເອກກະສານ ປະກວດຣາຄາ ໄກ້ຈະ ສໍາເຣັດແລ້ວ. ໃນຈໍານວນ ວົງເງິນ ທັງໝົດນີ້ 30% ເປັນເງິນ ຊ່ວຍເຫລືອລ້າ 70% ເປັນເງິນຢືມ ດອກເບັ້ຽຕໍ່າ ໃນອັດຕຣາ 1.5% ເປັນລະຍະເວລາ 30 ປີ.
ໃນສົກ ງົບປະມານ ໜ້ານີ້ ນອກຈາກໄທ ໃຫ້ເງິນຊ່ວຍເຫລືອ ສ້າງທາງ ຣົຖໄຟແລ້ວ ຄາດວ່າຈະໃຫ້ ການຊ່ວຍເຫລືອ ສ້າງຖນົນສາຍ ເລກທີ 11 ຈາກສາມແຍກ ບ້ານສີໄຄ ໄປຍັງບ້ານນໍ້າສັງ ເມືອງສັງທອງ ນະຄອນຫລວງ ວຽງຈັນ ໃນວົງເງິນ 1,392 ລ້ານບາດ ອີກໂຄງການນື່ງ.