ກຸ່ມປະເທດລຸ່ມນໍ້າຂອງ ຫາລືກັບໂຕແທນຈີນ

ໃນວັນອາທິດນີ້ ບັນດາຜູ້ແທນ ອາວຸໂສ ຈາກປະເທດລຸ່ມ ແມ່ນໍ້າຂອງໄດ້ ເລີ້ມເຈຣະຈາ ກັບຜູ້ຕາງໜ້າ ຂອງຈີນ ທີ່ໄປຮ່ວມກອງປະຊຸມ ກັມມາທິການ ແມ່ນໍ້າຂອງ ຢູ່ທີ່ ເມືອງຕາກອາກາດ ຫົວຫີນ ແຂວງປະຈວບຂີຣິຂັນ ຂອງໄທ ກ່ຽວກັບເຣື້ອງຄວາມ ກັງວົນວ່າເຂື່ອນ ໄຟຟ້າຂອງຈີນ ໃນແມ່ນໍ້າຂອງ ຈະເຮັດໃຫ້ນໍ້າຂອງ ແຫ້ງລົງນັບມື້ ໃນອະນາຄົດ.
ສົມເນ
2010.04.05

ຕາມລາຍງານ ຂອງອົງການຂ່າວ ເອແອບພີ. ການເຈຣະຈາ ລະຫ່ວາງເຈົ້າໜ້າທີ່ ຂັ້ນສູງດັ່ງກ່າວ ໄດ້ມີຂື້ນ ກ່ອນໜ້າວັນປະຊຸມ ສຸດຍອດ ຂອງນາຍົກຣັຖມົນຕຣີ ຈາກ ກໍາພູຊາ ສປປ ລາວ ປະເທດໄທ ແລະວຽດນາມ ອັນມີ ຮອງຣັຖມົນຕຣີ ການຕ່າງປະເທດ ຂອງຈີນ ທ່ານ Song Tao ເຂົ້າຮ່ວມນໍາດ້ວຍ.

ບັນດາຜູ້ນໍາ ໄດ້ສົນທະນາ ກັນກ່ຽວກັບການ ຄູ້ມຄອງແມ່ນໍ້າຂອງ ຮ່ວມກັນ ຊື່ງມີປະຊາຊົນ ປະມານ 60 ລ້ານຄົນ ອາໃສເປັນບ່ອນ ຫາຢູ່ຫາກິນ ແລະໃນເວລານີ້ ແມ່ນໍ້າຂອງ ກໍາລັງປະເຊີນ ກັບໄພແຫ້ງແລ້ງ ທີ່ຮ້າຍແຮງທີ່ສຸດ ໃນຮອບ 50 ປີ. ສະພາບນໍ້າຂອງ ບົກແຫ້ງທີ່ ຮ້າຍແຮງທີ່ສຸດນີ້ ຫລາຍປະເທດ ກໍກັງວົນວ່າ ນອກຈາກ ສະພາບການປ່ຽນແປງ ຂອງດີນຟ້າອາກາດແລ້ວ ສ່ວນນື່ງຄາດວ່າ ມາຈາກເຂື່ອນຜລິດ ກະແສໄຟຟ້າ ຂອງຈີນຢູ່ໃນແມ່ນໍ້າຂອງ ຕອນເໜືອ.

ທ່ານ Jeremy Bird ປະທານບໍຣິຫານ ກັມມາທິການ ແມ່ນໍ້າຂອງເວົ້າວ່າ:

“ ຄວາມສົນໃຈທັງໝົດ ຕົກມາໃສ່ຈີນ, ທ່ານຄິດວ່າ ການພົບປະກັນ ລະຫ່ວງຜູ້ນໍາ ຂອງບັນດາປະເທດ ລຸ່ມແມ່ນໍ້າຂອງ ກັບຈີນ ມີຄວາມສໍາຄັນຫລາຍ".

ທ່ານ Bird ປະຕິເສດ ບໍ່ຖິ້ມໂທດໃສ່ ເຂື່ອນຂອງຈີນ ກ່ຽວກັບສະພາບ ນໍ້າຂອງແຫ້ງແລ້ງ ໃນຄັ້ງນີ້, ແຕ່ວ່າ ຜູ້ຕາງໜ້າຂອງ ບັນດາປະເທດ ແມ່ນໍ້າຂອງຕອນລຸ່ມ ຕ້ອງການຢາກໃຫ້ຈີນ ເປີດເຜີຽຂໍ້ມູນ ທາງດ້ານນໍ້າຢູ່ ໃນເຂື່ອນຂອງຈີນ ເພື່ອໃຫ້ໝົດ ຄວາມກັງວົນ.

ໃນຕອນແລງຂອງ ວັນຈັນນີ້ ຜູ້ນໍາຂອງບັນດາ ປະເທດ ລຸ່ມແມ່ນໍ້າຂອງ ຈະໄດ້ ຮັປທານອາຫານ ຄໍ່າຮ່ວມກັນ ແລະຈະໄດ້ລົງນາມ ໃນຖະແຫລງການ ຮ່ວມເຖິງຄວາມ
ມູ້ງໝາຍຂອງຕົນ.

ກັມມາທິການ ແມ່ນໍ້າຂອງ ໄດ້ກ່າວເຕືອນແລ້ວ ວ່າ ລະບົບນິເວດ ຂອງແມ່ນໍ້າຂອງ ຈະໄດ້ຮັບຜົນ ກະທົບຈາກການ ສ້າງເຂື່ອນຕາມທີ່ ທີ່ສະເໜີ ໃນໂຄງການນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.