ຣັສເຊັຽ ຈະຊື້ຫຸ້ນບໍຣິສັທ ໂທຣະສັພມືຖືໃນລາວ

ບໍຣິສັທ VimpelCom ຂອງຣັສເຊັຽ ມີກໍາໜົດ ທີ່ຈະຫຸ້ນ ບໍຣິສັທ ໃຫ້ບໍຣິກາຣ ໂທຣະສັພ ມືຖືໃນລາວ ໃນໄວໆນີ້.
ຫວາດ ສີມູນ
2010.02.10

ບໍຣິສັທ VimpelCom ຂອງຣັສເຊັຽ ມີກຳໜົດ ຈະຊື້ຫຸ້ນ ທັງໝົດ78% ຈາກບໍຣິສັທ ໃຫ້ບໍຣິກາຣ ໂທຣະສັພມືຖື Millicom Lao ໃຫ້ແລ້ວ ສຳເຣັຈ ພາຍໃນ2 ສັປດາ ຂ້າງໜ້ານີ້. ອີງຕາມ ກາຣໃຫ້ກາຣ ຂອງທ່ານ Alexander Torbakhov ຜູ້ອຳນວຍກາຣ ຂອງບໍຣິສັທ ທີ່ໃຫຍ່ອັນດັບ2 ທີ່ໃຫ້ບໍຣິກາຣ ໂທຣະສັພ ມືຖືຂອງ ຣັສເຊັຽ ທີ່ໄດ້ແຈ້ງ ຕໍ່ທາງສື່ມວລຊົນ ໃນມື້ວັນພຸດນີ້.

ທາງບໍຣິສັທ VimpelCom ໄດ້ເຊັນສັນຍາ ຊື້-ຂາຍຫຸ້ນ ກັບບໍຣິສັທ Millicom Lao ທັງໝົດ78% ໃນມູລຄ່າ 66ລ້ານດອລລາຣ໌ ສະຫະຣັຖ ແຕ່ເດືອນກັນຍາ ຜ່ານມາ ແລະບໍຣິສັທ Millicom Lao ດັ່ງກ່າວກໍມີ ຫລາຍພາກສ່ວນ ເປັນຜູ້ຖືຫຸ້ນ ຊຶ່ງກໍຮວມ ທັງບໍຣິສັທ ໂທຣະສັພມືຖື Millicom International ທີ່ຖືຫຸ້ນ ທັງໝົດ74.1% ນອກຈາກນັ້ນ ກໍມີນັກ ລົງທຶນເອກຊົນ ທ່ານ Muhammad Akhtar Zaman ທີ່ຖືຫຸ້ນ4% ແລະອີກ22% ເປັນພາກສ່ວນ ຂອງກະຊວງກາຣຄັງ ສປປລາວ.

ນອກຈາກກາຣ ຊື້ຫຸ້ນສ່ວນ ຂອງບໍຣິສັທ Millicom Lao ດັ່ງກ່າວນີ້ແລ້ວ ທາງບໍຣິສັທ VimpelCom ຍັງໃຫ້ບໍຣິກາຣ ດ້ານໂທຣະສັພ ມືຖືຢູ່ໃນ ກັມພູຊາ ແລະວຽຕນາມ ນຳດ້ວຍ ພາຍຫລັງທີ່ໄດ້ ເຂົ້າມາດຳເນີນ ທຸຣະກິຈ ໃນເຂຕເອເຊັຽ ຕາເວັນອອກສ່ຽງໃຕ້ ດັ່ງກ່າວ ແຕ່ປີ2008 ເປັນຕົ້ນມາ.

ຢ່າງໃດກໍຕາມ ບໍຣິສັທ Millicom Lao ເປັນບໍຣິສັທໃຫຍ່ ໃນດ້ານໃຫ້ ບໍຣິກາຣ ໂທຣະສັພມືຖື ອັນດັບ2 ຢູ່ໃນລາວ ແລະມີຜູ້ໃຊ້ ບໍຣິກາຣ ທັງໝົດປະມານ 274,000 ຄົນໃນ ເດືອນມີຖຸນາ ຜ່ານມາ ແລະມີແນວໂນ້ມ ທີ່ຈະຂຍາຍ ເພີ່ມຂຶ້ນເລື້ອຽໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.