ເຈົ້າໜ້າທີ່ຂັ້ນສູງລາວ ໄປຝຶກວິຊາການເມືອງ ແລະ ການປົກຄອງ ທີ່ວຽດນາມ

ສຖາບັນສຶກສາ ວິຊາການເມືອງ ແລະການປົກຄອງ ທີ່ກຸງຮາໂນຍ ໄດ້ເປີດສອນມື້ ວັນຈັນທີ17 ສິງຫາ2009 ໃຫ້ເຈົ້າໜ້າທີ່ ຂັ້ນສູງ ຈາກ ສປປລາວ.
ໂພໄຊສວັດ
2009.08.19

ໃນລະຍະເວລາຮຽນ 5ເດືອນ ຢູ່ວຽດນາມນີ້ ເຈົ້າໜ້າທີ່ຂັ້ນສູງ 20ຄົນ ຂອງລາວ ຈະມີໂອກາດ ຮຽນຮູ້ກ່ຽວກັບ ທິສດີ ມາກຊິສ-ເລນິນນິສ ແລະ ຫລັກການແນວຄິດ ປະທານໂຮຈິມິນ. ນອກຈາກນັ້ນກໍຍັງ ຈະໄດ້ຮຽນກ່ຽວກັບ ນະໂຍບາຍແລະ ແນວທາງ ຂອງພັກແລະຣັຖ ວຽດນາມອີກນຳ.

ຜູ້ອຳນວຍການ ສຖາບັນ ທ່ານ ເລຮຸຍຢຽບ ກ່າວໃນເວລາເປີດ ການຝຶກອົບຮົມວ່າ ຫລາຍປີຜ່ານມາ ສຖາບັນແຫ່ງນີ້ ໄດ້ຝຶກສອນອົບຮົມ ພນັກງານຂັ້ນສູງລາວ ຫລາຍຮ້ອຍຄົນ ໂດຍຫວັງວ່າຈະສ້າງ ຄວາມເຂົ້າອົກເຂົ້າໃຈ ພັທນາ ຄວາມສຳພັນພິເສດ ຣະຫວ່າງທັງສອງ ປະເທດ.

ການທີ່ຜູ້ນຳ ພັກ-ຣັຖລາວ ຍັງສົ່ງພນັກງານ ຂັ້ນອາວຸໂສຂອງຕົນ ໄປຮັບຝຶກອົບຮົມ ຢູ່ວຽດນາມ ຢ່າງຕໍ່ເນື່ອງກ່ອນ ຈະໃຫ້ເຂົ້າຮັບ ໜ້າທີ່ຕຳແໜ່ງ ຮັບຜິດຊອບໃດໆ ນັ້ນ ກໍສະແດງໃຫ້ເຫັນວ່າ ອິທິພົນຂອງ ວຽດນາມ ໃນວົງການຜູ້ນໍາ ຂອງ ສປປລາວ ຍັງມີຢູ່ຢ່າງ ຫລວງຫລາຍ ໂດຍບໍ່ມີການ ປ່ຽນແປງແຕ່ຢ່າງໃດ ເຖິງວ່າລາວຈະ ມີການເປີດປະເທດ ຫລາຍຂື້ນ ໃນລະຍະຫລາຍປີ ຜ່ານມາ ໂດຍສະເພາະ ໃນດ້ານເສຖກິດ ແລະ ສັງຄົມ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.