ສປປລາວ ແລະ ວຽດນາມ ຮ່ວມມືຂຍາຍ ດ້ານຄວາມປອດພັຍ
2009.02.11
ກະຊວງພາຍໃນ ສປປລາວ ແລະກະຊວງຮັກສາ ຄວາມປອດພັຍ ແຫ່ງຊາດວຽດນາມ ໄດ້ລົງນາມຄວາມຮ່ວມມື ທາງດ້ານຄວາມປອດພັຍ ຣະຫວ່າງກັນເພີ້ມ
ອີກໃນອາທີດນີ້ ທີ່ນະຄອນຫລວງພຣະບາງ. ຜູ້ລົງນາມໃນສັນຍາ ຝ່າຍລາວແມ່ນທ່ານ ທອງບັນ ແສງອາພອນ ຣັຖມົນຕຣີກະຊວງພາຍໃນ ສປປລາວ ຝ່າຍວຽດນາມ ແມ່ນ ນາຍພົລ Le Hong Anh ຣັຖມົນຕຣີກະຊວງ ຮັກສາຄວາມສົງບວຽດນາມ ພ້ອມດ້ວຍເຈົ້າຫນ້າທີ່ ກ່ຽວຂ້ອງທັງສອງຝ່າຍ ຮ່ວມເປັນພຍານ ໃນການລົງນາມ.
ສົນທິສັນຍາ ຣະບຸວ່າ ທັງສອງຝ່າຍຈະ ໃຫ້ຄວາມຮ່ວມມື ຊື່ງກັນແລະກັນ ໃນບັນຫາຄວາມປອດພັຍ ທາງດ້ານການເມືອງ ຄວາມເປັນຣະບຽບ ຣຽບຣອຍຂອງສັງຄົມ ແລະຄວາມປອດພັຍ ຂອງປະຊາຊົນສອງປະເທດ ໂດຍສເພາະປະຊາຊົນ ຕາມແຂວງເຂດຊາຍ ແດນຣະຫວ່າງກັນ.
ນອກຈາກນັ້ນທັງສອງຝ່າຍ ຍັງຈະໃຫ້ຄວາມຮ່ວມມື ໃນການປາບປາມ ກຸ່ມຄ້າຢາເສບຕິດ ຕາມແນວຊາຍແດນ ການຮ່ວມມືທາງ ດ້ານທະຫານ ກ່ຽວກັບກົນໃກ ແລະຍຸທວິທີ ຮ່ວມໄປດ້ວຍການຮ່ວມມື ໃນການແລກປ່ຽນ ນັກວີຊາການ ຈາກສອງປະເທດ.
ໃນຂນະດຽວກັນ ຝ່າຍທະຫານວຽດນາມ ກໍ່ໄດ້ບໍຣີຈາກ ເງີນປະມານ 700 ລ້ານກີບໃຫ້ແກ່ ກອງທັບລາວ ເພືອ່ໃຊ້ໃນການ ຊື້ອຸປະກອນ ທີ່ສຳຄັນ ທາງດ້ານທະຫານ ດັ່ງເຄື່ອງສື່ສານ ເພືອ່ການຕິດຕໍ່. ກອງທັບລາວ ແລະວຽດນາມ ມີສາຍສຳພັນກັນ ມາເປັນເວລາດົນນານ ສ່ວນໃຫຍ່ກໍ່ຈະແມ່ນ ວຽດນາມເປັນຜູ້ໃຫ້ ການຊອ່ຍເຫລືອ ບໍ່ວ່າທາງດ້ານ ອຸປກອນການຣົບ ການຝືກອົບຣົບແລະ ທິສດີທາງດ້ານ ທະຫານປະເພດອື່ນໆ ເພືອ່ຮັບໃຊ້ ຜູ້ນຳແລະລັດ ທິຄອມມຸນີດ ຂອງສອງປະເທດ ໃຫ້ຢືນຢົງຕໍ່ໄປ.
ນັກວິເຄາະ ເວົ້າວ່າ ວຽດນາມ ຈະຄວບຄຸມທຸກ ພາກສ່ວນກີຈການໃນລາວ. ສປລາວ ກໍ່ເປັນພຽງແຕ່ ຮັບຄຳສັ່ງຈາກ ວຽດນາມ ເທົ່ານັ້ນ.