ລາວໝັ້ນໃຈໃນເປົ້າໝາຍ ການພັທນາສະຫັດສວັດ

ສປປລາວ ໝັ້ນໃຈວ່າ ຈະສາມາດ ຟັນຜ່າ ອຸປສັກ ຫລາຍໆຢ່າງ ເພື່ອເຮັດໃຫ້ ໂຄງການເປົ້າໝາຍ ການພັທນາ ສະຫັດສວັດ ໄດ້ຮັບຄວາມ ສໍາເຣັດ.
ໂພໄຊສວັດ
2010.09.21

ປະທານປະເທດ ສປປລາວ ທ່ານ ຈູມມະລີ ໄຊຍະສອນ ກ່າວໃນມື້ວັນຈັນ ທີ 20 ກັນຍາ 2010 ວ່າ “ຄວາມພຍາຍາມ ຂອງຫລາຍໆ ປະເທດ ໃນການເຮັດໃຫ້ ໂຄງການ ເປົ້າໝາຍການ ພັທນາ ສະຫັດ ສະວັດ ໄດ້ຮັບຄວາມ ສຳເຣັດແຫ່ງມີ ຊ່ອງຫວ່າງ ກວ້າງອອກໄປ ຍ້ອນເຫດ ວິກິດການ ຂອງໂລກ ແຕ່ປະເທດ ຂອງທ່ານ ສປປລາວ ຕ້ອງຟັນຜ່າ ອຸປສັກ ຫລາຍໆຢ່າງ ເພື່ອຈະໄປເຖິງ ຈຸດໝາຍນັ້ນ”.

ທ່ານກ່າວ ໃນກອງປະຊຸມ ສະມັດຊາໃຫຍ່ ສະຫະ ປະຊາຊາດ ທີ່ເລີ້ມ ໃນຕອນເຊົ້າ ມື້ວັນຈັນນີ້ ກ່ຽວກັບໂຄງການ ເປົ້າໝາຍການ ພັທນາ ສະຫັດສວັດ ໃນຕອນນຶ່ງວ່າ:

"ຍັງຈະຕ້ອງ ສຸມໃສ່ທຶນ ສຸມໃສ່ເຮື່ອແຮງ ແລະ ເພີ້ມທະວີ ຄວາມພຍາຍາມ ໃນການ ລະດົມທຶນ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນການ ພັທນາ ຊັພຍາກອນ ມະນຸດ ການພັທນາຂແນງ ການສຶກສາ ການພັທນາໂຄງລ່າງ ໂດຍສະເພາະ ດ້ານ ຄົມມະນາຄົມ".

ທ່ານກ່າວ ຕໍ່ໄປວ່າ ສປປລາວ ສາມາດ ຂຍາຍເສຖກິດ ປະຈຳປີໄດ້ ໃນອັດຕຣາ 6.2 ສ່ວນຮ້ອຍ ແລະຍັງຈະຂຍາຍ ຕໍ່ໄປອີກ ເພື່ອຊ່ວຍຫລຸດຜ່ອນ ຄວາມທຸກຍາກ.
ຄວາມສຳເຣັດ ຂອງ ສປປລາວ ຈະເຫັນ ຈາກຈຳນວນ ເດັກນ້ອຍ ທີ່ຈົດຊື່ເຂົ້າ ໂຮງຮຽນ ໄດ້ເພີ້ມຂຶ້ນ 3 ເທົ່າ ລະຫວ່າງປີ 1991 ຫາ 2005. ຈຳນວນແມ່ມານ ທີ່ເສັຍຊີວິດ ລະຫວ່າງອອກລູກ ຫລຸດລົງ ຈາກ 650 ຄົນໃນປີ 1995 ເຫລືອພຽງ 405 ຄົນໃນປີ 2005 ຕໍ່ 1 ແສນຄົນ. ໃນເວລາດຽວກັນ ຈຳນວນເດັກນ້ອຍ ເກີດໃໝ່ ທີ່ເສັຍຊີວິດ ກໍຫລຸດລົງ ຈາກ 104 ຄົນເຫລືອ 70 ຄົນຕໍ່ 1 ພັນຄົນ. ນອກຈາກນີ້ ທ່ານກໍໄດ້ເຫັນ ຄວາມສຳຄັນ ຂອງການຊ່ວຍເຫລືອ ຈາກປະເທດ ເພື່ອນມິດ ທ່ານກ່າວວ່າ:

"ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນ ມາຍັງວົງ ຄະນາຍາດ ສາກົນ ໂດຍສະເພາະ ປະເທດໃຫ້ທຶນ ບັນດາປະເທດ ເພື່ອນມິດ ຮວມທັງອົງການ ຈັດຕັ້ງສາກົນ ທີ່ໄດ້ໃຫ້ ການຊ່ວຍເຫລືອ ສປປລາວ ຕລອດ ລະຍະຜ່ານມາ ແລະຫວັງວ່າ ສປປລາວ ຈະໄດ້ຮັບການ ຊ່ວຍເຫລືອ ແລະ ການຮ່ວມມື ໃນອະນາຄົດ ຕໍໄປອີກ".

ທ່ານຮັບຮູ້ວ່າ ການຊ່ວຍເຫລືອ ຂອງອົງການ ສາກົນ ເປັນພາກສ່ວນ ສຳຄັນເຮັດໃຫ້ ສປປລາວ ມີໂອກາດ ໄປເຖິງ ໂຄງການ ເປົ້າໝາຍການ ພັທນາ ສະຫັດສວັດ ຂອງ ສະຫະປະຊາຊາດ ນີ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.