ຍີ່ປຸ່ນຈະຊ່ວຍເຫຼືອລາວ ຢ່າງໃກ້ຊິດ

ລາວແລະຍີ່ປຸ່ນ ຢືນຢັນວ່າ ຈະຮ່ວມມືກັນ ຢ່າງໃກ້ຊິດ ໃນການຫລຸດຜ່ອນ ຄວາມທຸກຍາກ ໃນລາວ.
ສິດນີ
2010.05.21

ລາວແລະຍີ່ປຸ່ນ ໃນມື້ວັນພຣະຫັດ ສະແດງຄວາມ ເປັນຫວ່ງຕໍ່ສະພາບ ການຄວາມວຸ້ນວາຍ ທາງດ້ານການເມືອງ ໃນປະເທດໄທ ທີ່ເຮັດໃຫ້ມີ ຄົນບາດເຈັບແລະ ເສັຽຊີວິດຍ້ອນ ແຕ່ໄດ້ໃຫ້ການ ຄ້ຳປະກັນວ່າ ຈະຮ່ວມມືກັນ ຫລາຍຂຶ້ນໃນການ ຫລຸດຜ່ອນບັນຫາ ຄວາມທຸກຍາກໃນລາວ ອິງຕາມຄຳຖແລງ ຂອງກະຊວງການ ຕ່າງ ປະເທດຍີ່ປຸ່ນ.

ໃນການພົບປະ ກັບຣັຖມົນຕຣີ ຕ່າງປະເທດຍີ່ປຸ່ນ ທ່ານ ຄັດຊູຢະ ໂອກາດະ ທີ່ໂຮງແຮມໃນ ກຸງໂຕກຽວ ທ່ານ ບົວສອນ ບຸບຜາວັນ ໄດ້ກ່າວຂອບໃຈ ທີ່ຍີ່ປຸ່ນ ໃຫ້ການ ຊ່ວຍເຫລືອທາງດ້ານ ເສຖກິດແກ່ລາວ ແລະຮຽກຮ້ອງໃຫ້ ມີການສືບຕໍ່ ໃນການຊ່ອຍເຫລືອ ລາວ ໂດຍສະເພາະ ໃນຂແນງການ ບໍຣິການສຸຂພາບ ແມ່ແລະເດັກ ຮ່ວມດ້ວຍການຍົກ ຣະດັບ ການສຶກສາ ໃນລາວ.

ທ່ານ ໂອກະດະ ໄດ້ບອກທ່ານ ບົວສອນວ່າ ປະເທດຍີ່ປຸ່ນ ມີປະສົພການ ແລະຄວາມສາມາດ ທີ່ຈະຊ່ອຍເຫລືອລາວ ໃຫ້ປະສົບ ຜົລສຳເຣັດ ໃນຈຸດປະສົງ ສຫັດສວັດ ຂອງອົງການ ສະຫະປະຊາຊາດ ເພື່ອຫລຸດຜອ່ນຄວາມ ທຸກຍາກໃນລາວ ແລະໄດ້ແນະນຳ ໃຫ້ ສປປລາວ ບໍ່ພຽງແຕ່ຈະເພີ້ມ ງົບປະມານການ ໃຊ້ຈ່າຍກ່ຽວກັບ ການຮັກສາສຸຂພາບ ແມ່ແລະເດັກ ເທົ່ານັ້ນ ຍັງຕ້ອງສ້າງກົນໄກ ວິທີການຮັກສາ ສຸຂພາບໃຫ້ໄດ້ ມາຕຖານນຳອີກ. ຍີ່ປຸ່ນເປັນປະເທດ ທີ່ໃຫ້ການຊ່ອຍເຫລືອ ລາວລາຍໃຫຍ່ ໃນຣະຍະທີ່ ຜ່ານມາ ເທົ່າເຖິງປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.