ສປປລາວຂໍເຂົ້າຮ່ວມ ອົງການການຄ້າໂລກ
2010.09.16

ດຣ. ນາມ ວິຍະເກດ ຣັຖມົນຕຣີ ວ່າການ ກະຊວງ ອຸດສາຫະກັມ ແລະການຄ້າ ໄດ້ສລຸບ ຄວາມຄືບໜ້າ ກ່ຽວກັບການ ກະຕຣຽມ ແກ້ໄຂບັນຫາ ດ້ານກົດໝາຍ ຫລາຍຂໍ້ ຂອງລາວ ເພື່ອໃຫ້ສອດຄ່ອງ ກັບມາຕຖານ ຂອງປະເທດ ສະມາຊິກ ສາກົນ ໃຫ້ໄດ້ຮັບ ພິຈາຣະນາ ໃນການຂໍ ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ (WTO). ທ່ານກ່າວ ກ່ຽວກັບເຣື້ອງ ນີ້ວ່າ:
"ມາຮອດ ປັດຈຸບັນນີ້ ຄນະເຈຣະຈາ ຂອງພວກເຮົາ ໄດ້ດຳເນີນ ການເຈຣະຈາ ເພື່ອໃຫ້ ປະເທດພວກເຮົາ ໄດ້ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ມາຮອດຮອບທີ 6 ຖືວ່າ ໃນມໍ່ໆນີ້ ອາທິດໜ້າ ທີ່ຄນະເຮົາ ຈະໄດ້ເດີນທາງ ໄປ ເຈນີວາ ໄປປະຊຸມກັບ ອົງການ ການຄ້າໂລກ".
ທ່ານກ່າວ ຕໍ່ໄປວ່າ ຄນະເຈົ້າໜ້າທີ່ ລາວ ໄດ້ເຈຣະຈາ ມາແລ້ວ 5 ເທື່ອ ແລະເທື່ອນີ້ ຈະເປັນເທື່ອ ທີສຳຄັນ ທີ່ລາວຈະສເນີ ກ່ຽວກັບການຄ້າ ການບໍຣິການ ແລະ ສິນຄ້າ ລະຫວ່າງລາວ ກັບປະເທດ ສະມາຊິກ ອົງການ ການຄ້າໂລກ. ຫລັງຈາກການ ເຈຣະຈາ ເທື່ອນີ້ ຜ່ານໄປກໍຈະ ແຈ່ມແຈ້ງຂຶ້ນ ວ່າລາວຈະໄດ້ ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ເມື່ອໃດ. ດຣ. ນາມ ວິຍະເກດ ກ່າວອີກວ່າ:
"ການຄ້າດ້ານ ການບໍຣິການ ຂອງເຮົາຈະ ສາມາດສລຸບ ໄດ້ໄວ ຄິດວ່າບັນຫາ ການເຈຣະຈາ ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ນີ້ ຈະຫຍັບເຂົ້າມາສູ່ ບັ້ນທ້າຍ".
ສປປລາວ ໄດ້ເລີ້ມຍື່ນ ຄຳຮ້ອງ ຂໍເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ຕັ້ງແຕ່ປີ 2004. ຫລັງຈາກນັ້ນ ກໍໄດ້ຜ່ານ ການພິຈາຣະນາ ແລະ ເຂົ້າຮ່ວມປະຊຸມ ກັບ ປະເທດ ສະມາຊິກ ຫລາຍເທື່ອ. ປັດຈຸບັນນີ້ ສປປລາວ ກໍກຳລັງ ດັດແປງ ແກ້ໄຂກົດໝາຍ ດ້ານສິນຄ້າ ແລະ ການບໍຣິການ ໃຫ້ເປັນໄປ ຕາມມາຕຖານ ຂອງປະເທດ ສະມາຊິກ.
ເມື່ອລາວໄດ້ເຂົ້າ ເປັນສະມາຊິກ ຂອງ WTO ແລ້ວ ກໍຈະມີການ ແຂ່ງຂັນ ແລະ ເປີດການຄ້າເສຣີ ກັບ 150 ປະເທດ ສະມາຊິກ. ດັ່ງນັ້ນລາວ ຈຶ່ງຕ້ອງໄດ້ ສຶກສາ ກ່ຽວກັບສິນຄ້າ ທີ່ຈະເປີດສູ່ ຕລາດ ທີ່ເສຣີໄດ້ ວິທີທາງຫລຸດ ພາສີການຄ້າ ການນຳໃຊ້ ກົດໝາຍການຄ້າ ແລະຄຸນນະພາບ ສິນຄ້າ ຕ້ອງໃຫ້ຖືກ ຕ້ອງຕາມ ມາຕຖານ.