ລາວຕຣຽມຂໍເຂົ້າຮ່ວມ ອົງການການຄ້າໂລກ
2010.09.06
ຄນະຜູ້ແທນ ເຈຣະຈາ ເພື່ອສມັກເປັນ ສະມາຊິກ ອົງການ ການຄ້າໂລກ ຈາກສປປລາວ ພ້ອມທີ່ ຈະເດີນທາງ ໄປຮ່ວມ ກອງປະຊຸມ ອົງການ ການຄ້າໂລກ ຢູ່ນະຄອນຫລວງ ເຈເນວາ ປະເທດ ສວິຊແລນ ເພື່ອສເນີລາຍງານ ການປັບປຸງຂໍ້ ລະບຽບຕ່າງໆ ໃຫ້ອົງການ ການຄ້າໂລກ ແລະ ປະເທດ ສະມາຊິກອື່ນໆ ພິຈາຣະນາ. ເຈົ້າໜ້າທີ່ຈາກ ກະຊວງ ອຸດສາຫະກັມ ແລະການຄ້າ ເວົ້າວ່າ:
"ຄນະກັມມະການ ເປັນ working party ຂອງຄນະຜູ້ແທນລາວ ເຮົາຮ່າງໄວ້ ໝົດແລ້ວ ລະບຽບການ working report ໝາຍຄວາມວ່າ ຊິຍົກແລ້ວໜາ ຮຽບຮ້ອຍ ຂະເຈົ້າ agree ໝົດແລ້ວ ມີແຕ່ຈະຍົກ ເປັນ report ເລີຍ".
ໃນມື້ວັນທີ 24 ກັນຍາ 2010 ນີ້ຄນະ ຜູ້ແທນລາວ ມີກຳນົດ ການເດີນທາງ ໄປຊີ້ແຈງການ ຂໍເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ກັບຄນະ ພິຈາຣະນາ ຈາກ 59 ປະເທດທົ່ວໂລກ. ເທື່ອນີ້ເປັນ ເທື່ອທີ 6 ຫລັງຈາກ ມີການປະຊຸມ ເທື່ອທີ 5 ເມື່ອເດືອນ ກໍຣະກະດາ 2009 ທີ່ໄດ້ ແນະນຳໃຫ້ ປັບປຸງ ລະບຽບກົດໝາຍ ບາງຢ່າງ ເພື່ອໃຫ້ ສອດຄ່ອງກັບ ການເຂົ້າເປັນ ສະມາຊິກ ຂອງອົງການ ການຄ້າໂລກ ຄືກົດໝາຍ ດ້ານການລົງທຶນ ການເກັບ ພາສີອາກອນ ມາຕຖານສິນຄ້າ ການແກ້ໄຂ ອັຕຣາພາສີ ແລະອື່ນໆ.
ສຳລັບເທື່ອນີ້ ທາງຄນະ ຜູ້ແທນລາວ ໄດ້ນຳເອົາ ຂໍ້ແນະນຳຕ່າງໆ ຈາກກອງປະຊຸມ ເທື່ອກ່ອນ ມາແກ້ໄຂ ໂດຍໄດ້ປັບປຸງ ດຳຣັດ ວ່າດ້ວຍການ ນຳເຂົ້າ-ສົ່ງອອກ ສິນຄ້າ ດຳຣັດກ່ຽວກັບ ການແຈ້ງ ແລະ ສເນີຂໍ້ມູນ ການຄ້າ ກົດໝາຍ ກ່ຽວກັບການ ແຈ້ງຄ່າພາສີ ກົດໝາຍ ປົກປ້ອງພືດພັນ ກົດໝາຍ ຊັພສິນທາງປັນຍາ ແລະກົດໝາຍ ກ່ຽວກັບມາຕຖານ ອຸດສາຫະກັມ. ພາກສ່ວນກ່ຽວຂ້ອງ ຫວັງວ່າ ການເດີນທາງໄປ ໃນເທື່ອນີ້ ຈະໄດ້ຣັບ ຄວາມສຳເຣັດ ແລະ ລາວກໍຈະໄດ້ ຮັບພິຈາຣະນາ ເຂົ້າເປັນ ສະມາຊິກ ຂອງອົງການ ການຄ້າໂລກ ໃນໄວໆນີ້.