ລາວ-ວຽດນາມເພິ້ມສັມພັນ ດ້ານຂ່າວສານ
2010.08.16
ຕາມຂໍ້ຕົກລົງນັ້ນ ຍິ່ງຈະເຮັດ ໃຫ້ຄວາມສຳພັນ ກ່ຽວກັບການ ອອກຂ່າວ ຣະຫວ່າງ ລາວແລະວຽດນາມ ໃກ້ຊິດຂື້ນ ແລະຍິ່ງຈະເຮັດ ໃຫ້ການຮ່ວມມື ກວ້າງຂວາງອອກ. ນັ້ນແມ່ນຄຳ ໃຫ້ສຳພາດ ແກ່ນັກຂ່າວ ວຽດນາມ ຂອງທ່ານ ບໍແສງຄຳ ວົງດາຣາ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ວັທນະທັມ ແລະຖແລງຂ່າວ ຂອງສປປລາວ.
ໃນຂນະດຽວກັນ ກໍເປັນປະທານ ສະມາຄົມ ນັກຂ່າວລາວ. ທ່ານ ບໍແສງຄຳ ໃຫ້ການສຳພາດ ດັ່ງກ່າວເມື່ອ ວັນທີ່ 13 ສິງຫາ ສັປດາ ທີ່ຜ່ານມາ ຊຶ່ງເປັນວັນ ຂ່າວສານ ແຫ່ງຊາດລາວ.
ທ່ານ ບໍແສງຄຳ ວົງດາຣາ ກ່າວອີກວ່າ ລາວແລະວຽດນາມ ຮ່ວມມືກັນ ຢ່າງໃກ້ຊິດ ໃນດ້ານຂ່າວສານ ໃນຣະຍະ 60 ປີທີ່ຜ່ານມາ ແລະ ຍິ່ງຈະຮ່ວມມື ກັນໃກ້ຊິດຂື້ນ ໃນປັດຈຸບັນ ແລະ ອະນາຄົດ. ສປປລາວ ຈະສືບຕໍ່ ຮ່ວມມືກັບ ວຽດນາມ ໃນດ້ານການ ຝຶກອົບຮົມ ນັກຂ່າວ ການແລກປ່ຽນ ຂໍ້ມູນຂ່າວສານ ແລະການໄປ ຢ້ຽມຢາມ ຊຶ່ງກັນແລະກັນ. ໃນອະນາຄົດ ອັນໃກ້ໆນີ້ ໂທຣະທັດ ວຽດນາມ ຈະເປີດຫ້ອງການ ຢູ່ລາວ ແລະ ນັກຂ່າວລາວ ຈະໄປປະຈຳການ ຢູ່ນະຄອນ ຫລວງຮ່າໂນ່ຍ ວຽດນາມ.
ສປປລາວ ແລະວຽດນາມ ເປັນປະເທດ ຄອມມຸຍນິສ ຣັຖບານຄວບຄຸມ ການອອກຂ່າວ ຢ່າງເຂັ້ມງວດ. ນັກຂ່າວທັງໝົດ ເປັນພະນັກງານ ຂອງຣັຖ. ນັກຂ່າວ ບໍ່ມີສິດ ເສຣີພາບ ໃນການອອກຂ່າວ. ການອອກຂ່າວ ຕ້ອງຮັບໃຊ້ ພັກແລະຣັຖ ຫລືຕ້ອງມີ ລັກສນະເສີມສ້າງ ໂທຣະທັດ ວິທຍຸ ວາຣະສານ ແລະໜັງສືພິມ ຂື້ນກັບພັກ ແລະ ຣັຖບານ. ທັງສອງ ປະເທດນີ້ ບໍ່ມີສື່ມວລຊົນ ທີ່ເປັນ ເອກກະຣາດ ຢ່າງແທ້ຈິງເລີຍ.