ຄວາມສໍາພັນຂອງ ລາວແລະສະຫະຣັດ

ລາວ ແລະ ສະຫະຣັດ ອະເມຣິກາ ສລອງຄົບຮອບ 55 ປີ ແຫ່ງຄວາມສໍາພັນ ທາງການທູຕ.
ສົມເນ
2010.08.10
F-Thongloun-Hillary ມາດາມ Hillary Clinton ຕ້ອນຮັບທ່ານ ທອງລຸນ ສີສຸລິດ ທີ່ກະຊວງການ ຕ່າງປະເທດ ນະຄອນຫຼວງ ວໍຊິງຕັນ ວັນທີ 13 ກໍຣະກະດາ 2010
AFP Photo/Paul J. Richards

ເນື່ອງໃນວັນ ຄົບຮອບ 55 ປີ ຂອງ ຄວາມສໍາພັນ ທາງການທູຕ ລະຫ່ວາງ ສະຫະຣັຖ ອະເມຣິກາ ແລະ ສປປລາວ ວັນທີ 10 ສິງຫາ ມາດາມ Hillary Clinton ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສະຫະຣັຖ ອະເມຣິກາ ໄດ້ຖແລງ ໂດຍມີໃຈຄວາມ ດັ່ງນີ້:

ໃນນາມຂອງ ປະທານາທິບໍດີ ບາຣັກ ໂອບາມາ ແລະ ປະຊາຊົນ ອາເມຣິກັນ ຂ້າພະເຈົ້າ ຂໍສົ່ງຄໍາ ອວຍພອນ ອັນປະເສີດ ມາຍັງ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດ ທີ່ພວກເຮົາ ສລອງ 55 ປີ ຂອງ ຄວາມສໍາພັນ ທາງການທູຕ ລະຫ່ວາງ ສອງປະເທດ ຂອງພວກເຮົາ ໃນວັນທີ 10 ສິງຫານີ້.

ສະຫະຣັຖ ອະເມຣິກາ ຂໍຖືໂອກາດ ນີ້ຢືນຢັນ ອີກໃໝ່ວ່າ ສະຫະຣັຖ ຈະມີ ບົດບາດ ໃນການຊ່ວຍເຫລືອ ລາວ ໃນການພັທນາ ເພື່ອໃຫ້ໄດ້ ມາຊື່ງ ສັນຕິພາບ ແລະ ຄວາມອຸດົມ ສົມບູນ ແລະຄວາມປາຖນາ ຂອງສະຫະຣັຖ ທີ່ຈະເຮັດວຽກ ຮ່ວມກັນ ໃນຖານະ ເປັນພາຄີ ກ່ຽວກັບບັນຫາ ທີ່ຕ່າງຝ່າຍ ຕ່າງມີຄວາມ ເປັນຫ່ວງ.

ພວກຂ້າພະເຈົ້າ ພໍໃຈທີ່ ສປປລາວ ໃຫ້ການຊ່ວຍເຫລືອ ໃນການຊອກຫາ ນັກລົບ ຊາວ ອາເມຣິກັນ ທີ່ຍັງຫາຍ ສາບສູນ ໃນປາງສົງຄາມ ແລະ ເນັ້ນເຖິງ ຄໍາມຸ້ງໝັ້ນ ຂອງສະຫະຣັຖ ໃນການຊ່ວຍເຫລືອ ລາວ ເກັບກູ້ລະເບີດ ທີ່ບໍ່ທັນແຕກ. ການຮ່ວມມື ຂອງ ສະຫະຣັຖ ຜ່ານທາງ ໂຄງການລິເລີ້ມ ແມ່ນໍ້າຂອງ ຕອນໃຕ້ເພື່ອ ປົກປ້ອງ     ແລະ ອານຸຮັກ ສິ່ງແວດລ້ອມ ສ້າງປະຊາຄົມ ທີ່ມີ ສຸຂພາບດີ ສນັບສນູນ ການສືກສາ ແລະ ພັທນາ ໂຄງຮ່າງພື້ນຖານ ໃນພູມີພາກ ຍິ່ງຊີ້ ໃຫ້ເຫັນວ່າ ການຮ່ວມມືກັນ ແບບໃກ້ຊິດນີ້ ສ້າງຜົນປໂຍດ ໃຫ້ແກ່ສອງ ປະເທດ ແລະໃນ ພູມີພາກ.

ຂ້າພະເຈົ້າ ຫວັງວ່າຈະ ໄດ້ເຮັດວຽກ ຮ່ວມກັບ ຣັຖບານ ແລະ ປະຊາຊົນລາວ ເພື່ອເສີມສ້າງ ຄວາມເປັນພາຄີ ຂອງພວກເຮົາ ໃຫ້ເຂັ້ມແຂງ ສືບຕໍ່ໄປ ບົນພື້ນຖານ ຄວາມສໍາເຣັດ ທີ່ພວກເຮົາ ໄດ້ປະສົພມາ. ນັ້ນຄືຄໍາ ຖແລງຂອງ ມາດາມ Hillary Clinton.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.