ສປປລາວ-ສປຈີນ ຕົກລົງ 18 ຂໍ້

ລາວແລະຈີນ ລົງນາມ ໃນຂໍ້ຕົກລົງ ທັງໝົດ 18 ສະບັບ ເພື່ອເພິ້ມ ຄວາມສັມພັນ ແລະຂຍາຍ ການຮ່ວມມື ຢ່າງຮອບດ້ານ ຣະຫວ່າງ ສອງປະເທດ.
ອະວາຣີ
2010.06.18

ໜັງສືພິມ ວຽງຈັນທາມສ໌ ຂອງທາງການລາວ ບໍ່ໄດ້ແຈ້ງ ຣາຍລະອຽດວ່າ ຂໍ້ຕົກລົງທັງ 18 ສະບັບ ນັ້ນແມ່ນ ຂໍ້ຕົກລົງການ ຮ່ວມມືໃນດ້ານໃດແດ່ ເຊັ່ນ: ບໍ່ໄດ້ແຈ້ງວ່າ ຈີນຈະໃຫ້ການ ຊ່ວຍເຫລືອແກ່ລາວ ເພື່ອສ້າງຫຍັງແດ່? ພຽງແຕ່ແຈ້ງວ່າ ເປັນຂໍ້ຕົກລົງ ເພື່ອຂຍາຍການ ຮ່ວມມືດ້ານ ເສຖກິດ ແລະການຄ້າ ຈີນຈະຊ່ວຍທາງ ດ້ານເທກນິກ ແລະຊ່ວຍສ້າງ ໂຄ່ງຮ່າງພື້ນຖານ ເພື່ອຂຍາຍການ ຄົມມະນະຄົມ ຂົນສົ່ງໃຫ້ແກ່ລາວ.

ໃນຕົ້ນສັປດານີ້ ໜັງສືພິມ ຜູ້ຈັດການຂອງໄທ ແຈ້ງວ່າ ໃນຂໍ້ຕົກລົງ ທີ່ລາວແລະຈີນ ໄດ້ເຊັນກັນ ໃນເທື່ອນີ້ນັ້ນ ຈີນຈະຊ່ວຍສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ແລະ ຂົວຂ້າມແມ່ນ້ຳຂອງ ທີ່ແຂວງ ໄຊຍະບຸຣີ ຂອງລາວ ແລະອີກໃນຂໍ້ ຕົກລົງສະບັບນຶ່ງ ຈີນຈະຊ່ວຍສ້າງ ສນາມບິນສາມແຫ່ງ ໃນສາມແຂວງ ພາກເໜືອຂອງລາວ.

ຫລັງຈາກ ເຊັນຂໍ້ຕົກລົງ ນັ້ນແລ້ວ ທ່ານ Xi Jinping ຮອງປະທານ ປະເທດຈີນ ກໍໄດ້ພົບປະ ຫາລືກັບ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດສປປລາວ. ໃນໂອກາດນີ້ ປະທານ ຈູມມະລີ ກ່າວວ່າ ປັດຈຸບັນ ລາວແລະຈີນ ມີຄວາມສຳພັນ ແລະ ການຮ່ວມມືກັນ ຢ່າງໃກ້ຊິດຂື້ນ.

ເມື່ອປີກາຍ ໃນເວລາທີ່ ໄປຢ້ຽມຢາມຈີນ ທ່ານກໍໄດ້ລົງນາມ ໃນຂໍ້ຕົກລົງ ກ່ຽວກັບການເປັນ ຄູ່ຮ່ວມມືຍຸທສາດ ຢ່າງຮອບດ້ານ ຣະຫວ່າງລາວແລະຈີນ. ສ່ວນ ທ່ານ Xi ກ່າວວ່າ ປັດຈຸບັນ ຄວາມສຳພັນແລະ ການຮ່ວມມື ຣະຫວ່າງຈີນແລະລາວ ຂຍາຍຕົວຂື້ນ ສູງສຸດ ເປັນປະຫວັດການ. ຮອງປະທານ ປະເທດຈີນ ໄປຢ້ຽມຢາມ ນະຄອນຫລວງ ວຽງຈັນ ເປັນເວລາສອງວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.