ໃນກອງປະຊຸມ ເວທີຊາວຫນຸ່ມ ອາຊຽນ ເຍົາວະຊົນລາວ ບໍ່ເວົ້າການເມືອງ

ຕົວແທນ ເຍົາວະຊົນລາວ ໃນກອງປະຊຸມ ເວທີຊາວຫນຸ່ມ ອາຊຽນ ພະຍາມຫລີກການ ສົນທະນາ ຫລື ສະແດງຄວາມຄິດ ຄວາມເຫັນ ທາງດ້ານການເມືອງ ໃນທີ່ປະຊຸມເພາະ ຍັງມີຄວາມຢໍາເກງ ຕໍ່ຣັຖບານ.
ສິດນີ
2009.10.21

ຕົວແທນຊາວໜຸ່ມ ຈາກ ສປປລາວ ທີ່ມາເຂົ້າຮ່ວມ ກອງປະຊຸມເວທີ ຊາວຫນຸ່ມອາຊຽນ ທີ່ຫົວຫີນ ປະເທດໄທ ໃນມື້ວັນທີ 14-20 ຕຸລາ ຜ່ານມາ, ໄດ້ພະຍາມຫລີກລ້ຽງ ການອອກ ຄວາມຄິດເຫັນ ທາງດ້ານການເມືອງ ດັ່ງເຈົ້າຫນ້າທີ່ໄທ ທ່ານນື່ງເວົ້າວ່າ:

"ເຍົາວະຊົນລາວ ຈະບໍມີຄວາມສົນໃຈ ໃນປະເດັນ ສັນຕິພາບ ແລະຄວາມຫມັ້ນຄົງ ບໍ່ມີເລີຍ ແລະ ກໍປະເດັນເສຖກີດ ກໍບໍ່ມີຄວາມ ສົນໃຈ ເປັນພິເສດ ສ່ວນປະເດັນ ສີ່ງແວດລ້ອມ ຊື່ງເປັນປະເດັນ ຂ້ອນຂ້າງໄດ້ຮັບ ຄວາມສົນໃຈຈາກ ນັກລົງທືນ ຕ່າງຊາດໃນລາວ ເຍົາວະຊົນລາວ ກໍເວົ້າວ່າ ເປັນນະໂຍບາຍ ຂອງຣັຖບານ ກໍເຊື່ອ ຕາມຣັຖບານ."

ນາງກ່າວຕໍ່ໄປວ່າ ປະເດັນທີ່ ເຍົາວະຊົນລາວ ໃຫ້ຄວາມສົນໃຈ ກໍ່ຄືປະເດັນ ທາງດ້ານສັງຄົມ ແລະ ວັທນະທັມ ທີ່ໄດ້ກ່າວເຖີງ ການປ່ຽນແປງຂອງ ຄວາມສຳພັນໃນ ຄອບຄົວ ໃນຍຸກໃຫມ່.

ນອກຈາກ ເຍົາວະຊົນລາວ ທີ່ບໍ່ສາມາດອອກ ຄວາມຄິດຄວາມເຫັນ ທາງດ້ານການເມືອງ ໃນທີ່ປະຊຸມແລ້ວ, ກໍຍັງມີ ເຍົາວະຊົນ ຈາກ ປະເທດວຽດນາມ ກຳພູຊາ ແລະ ພະມ້ານຳອີກ ທີ່ແຕກຕ່າງຈາກ ເຍົາວະຊົນ ຈາກປະເທດໄທ ຟີລີປີນ ອີນໂດເນເຊັຽ ແລະ ມາເລເຊັຽ ຜູ້ທີ່ກ້າ ສະແດງອອກ ກ່ຽວກັບເຣື້ອງ ດັ່ງກ່າວຢ່າງ     ເປີດເຜີຍ.

ນາງກ່າວເຖີງ ສາເຫດ ຂອງເຍົາວະຊົນ ທີ່ບໍ່ຢາກ ສະແດງອອກວ່າ:

"ເທົ່າທີ່ໄດ້ຍີນ ແລະ ສຳພັດ ຮູ້ສືກວ່າ ເຍົາວະຊົນ ກຸ່ມນັ້ນເຊື່ອແບບ ນັ້ນແທ້, ແຕ່ສ່ວນນື່ງ ກໍຄົງມາຈາກ ຄວາມຢ້ານກົວດ້ວຍ ເພາະວ່າ ການຊັກຊວນ ໃຫ້ມີການຖື ປ້າຍຕໍ່ຕ້ານການ ສ້າງເຂື່ອນ ຫລືປະທ້ວງ ສີ່ງໃດສີ່ງນື່ງ ນ້ອງນ້ອງຊາວລາວ ກໍ່ເຂົ້າຮ່ວມພຽງ ແຕ່ຈະ ຣະມັດຣະວັງ ຕົວຫລາຍຂື້ນ ທີ່ບໍ່ຢາກໃຫ້ ມີການຖ່າຍ ຮູບພາບ ຂອງພວກຂະເຈົ້າ ເພາະຢ້ານບໍ່ໄດ້ ເຂົ້າປະເທດ."

ເວທີ Asean Youth Forum ເປັນເວທີ ຈັດຂື້ນ ເພື່ອຕຽມ ເຍົາວະຊົນ ອາຊຽນ ໃຫ້ມີຄວາມຮູ້ ແລະ ຄວາມເຂົ້າໃຈໃນ ບັນຫາສັງຄົມ ອາຊຽນ ແລະ ຮ່າງຖແລງການ ສເນີຕໍ່ຜູ້ນຳ ໃນກອງປະຊຸມ ສຸດຍອດອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.