ບໍຣິສັດ ໄທມອບ ຊ໊ອຟແວຣ ຣະບົບການສຶກສາ
2009.06.24
ບໍລິສັດ ແມຈິກຊ໊ອບແວຣ ຂອງໄທທີ່ຜລິດ ເຄື່ອງຄອມພິວເຕີ້ ຊຶ່ງໃຊ້ໃນ ໂຄງການສຶກສາ ໄດ້ມອບ ໂຄງການຊ໊ອບແວຣ ຊຸດນຶ່ງໃຫ້ແກ່ ມະຫາວິທຍາລັຍ ແຫ່ງຊາດລາວ ມີມູນຄ່າ 4ລ້ານບາດ ເມື່ຶອວັນທີ18 ມີຖຸນາ ນີ້ຢູ່ທີ່ ໂຮງແຮມພລາຊາ ນະຄອນຫລວງວຽງຈັນ.
ພິທີມອບ ແລະເຊັນຮັບເອົາ ໂດຍທ່ານ ແສງສົມພອນ ວີລະວຸດ ຫົວໜ້າ ກົມແຜນການແລະ ຮ່ວມມືຈາກທ່ານ ບຸນຣັກ ສາຣາກະນັນດາ ປະທານ ຜູ້ຈັດການ ບໍຣິສັດ ແມຈິກຊ໊ອບແວຣ ຂອງໄທ.
ໃນພິທີມອບ ໄດ້ມີອົງການ ອຸດສາຫະກັມ ດ້ານຄອມພິວເຕີ້ ພາກພື້ນ ເອເຊັຍ ອົກເຊອານີ ມາເປັນສັກຂີ ພະຍານຊຶ່ງມີ ສະມາຊິກຈາກ ຍີ່ປຸ່ນ ອອສເຕຣເລັຍ ນິວຊີແລນ ວຽດນາມ ສິງກະໂປ ແລະ ອິນເດັຍ.
ທ່ານ ບຸນຣັກ ກ່າວໃນພິທີວ່າ ຊ໊ອບແວຣດັ່ງກ່າວ ແມ່ນເພື່ອພັທນາ ຂ່າວສານດ້ານການຄົມມະນາຄົມ ຜແນກສຶກສາ.
ທ່ານກ່າວອີກວ່າ ບໍຣິສັດ ແມຈິກຊ໊ອບແວຣ ເປັນບໍຣິສັດ ຊັ້ນແນວໜ້າຂອງໄທ ທີ່ຜລິດ ເທັກໂນໂລຈີ ຊ໊ອບແວຣ ໃຫ້ການ ບໍຣິການ ແລະສນັບສນູນ ດ້ານການເສື່ອມ ເຂົ້າກັນທາງດ້ານ ການຄ້າ ທັງຝ່າຍ ບໍຣິສັດສ່ວນໂຕ ແລະສ່ວນບຸກຄົນ.
ທ່ານກ່າວໃນຕອນ ທ້າຍວ່າທາງ ບໍຣິສັດ ແມຈິກຊ໊ອບແວຣ ຜລິດຣະບົບນີ້ ເພື່ອຊ່ອຍນັກສຶກສາ ລາວ ໂດຍສະເພາະ.
ທ່ານ ແສງສົມພອນ ກໍໄດ້ກ່າວ ຂອບໃຈ ທາງບໍຣິສັດ ທີ່ໄດ້ໃຫ້ການ ຊ່ອຍເຫລືອ.