ໂຄງການປັກເຂດຊາຍແດນ ສປປລາວ ແລະ ສປຈີນ

ກອງປະຊຸມ ເທື່ອທໍາອິດ ຂອງຄນະ ກັມມະການ ກວດກາ ຊາຍແດນຮ່ວມ ຄັ້ງທີ 1 ຣະຫວ່າງ ສປປລາວ ແລະ ສປຈີນ.
ມະນີຈັນ
2010.02.15

ກອງປະຊຸມ ຄັ້ງທີ 1 ຂອງຄນະ ກັມມະການ ກວດກາ ຊາຍແດນຮ່ວມ ຣະຫວ່າງ ສປປລາວ ແລະ ສປຈີນ ໄດ້ຖືກຈັດຂຶ້ນ ຢູ່ເມືອງປາກເຊ ແຂວງຈໍາປາສັກ ເມື່ອຕົ້ນເດືອນ ກຸມພາ 2010 ໂດຍຝ່າຍລາວ ເປັນເຈົ້າພາບ. 

ກະແສຂ່າວ ຈາກທ້ອງຖິ່ນ ຣາຍງານວ່າ ໃນກອງປະຊຸມ ຄັ້ງນີ້ ທັງ 2ຝ່າຍ ໄດ້ປຶກສາຫາຣື ກ່ຽວກັບແຜນການ ແລະ ຣະບຽບການ ທີ່ກ່ຽວຂ້ອງ ກັບວຽກງານ ການກະກຽມ ຈັດຕັ້ງ-ປະຕິບັດ ການກວດກາ ຊາຍແດນຮ່ວມກັນ ລາວ-ຈີນ ຄັ້ງທຳອິດ ໂດຍໄດ້ ຕົກລົງກັນ ແບ່ງອອກເປັນ 3 ລະຍະ ຄື:

(1) ເລີ່ມແຕ່ເດືອນ ກຸມພາ 2010 ທັງ 2 ຝ່າຍ ຈະຮ່ວມກັນ ຖ່າຍພາບ ທາງອາກາດ, ວັດແທກພື້ນທີ່ ຕລອດ ເສັ້ນຊາຍແດນ ແລະ ຈະຂຽນແຜນທີ່ ໃນມາຕຣາສ່ວນ 1:50,000 ໃຫ້ແລ້ວ ກ່ອນທ້າຍປີ 2010. 

(2) ເລີ່ມປັກຫລັກໝາຍ ແຕ່ໃຕຣມາດທີ 4 ຂອງປີ 2010 ແລະຈະໃຫ້ແລ້ວ ໃນປີ 2011.

(3) ໃນປີ 2012 ສອງຝ່າຍ ຈະພ້ອມກັນ ປະຕິບັດ ງານຕ່າງໆ ຮວມທັງຮ່າງ ອະນຸສັນຍາ ວ່າດ້ວຍການ ກວດກາຊາຍແດນ ຮ່ວມກັນ ແລະ ພິມແຜນທີ່ ຕິດແນບ ອະນຸສັນຍາ ອຶ່ນໆອີກ ໃຫ້ເສັດສີ້ນ ຕາມແຜນການ ທີ່ກໍານົດໄວ້.

ໃນການ ປະຕິບັດ ວຽກງານດັ່ງກ່າວ ທາງຝ່າຍຈີນວ່າ ຍີນດີ ຊ່ວຍເຫລືອລາວ ໃນການຖ່າຍພາບ ທາງອາກາດ, ສ້າງແຜນທີ່ ແລະ ການສ້າງຫລັກ ໝາຍຊາຍແດນ ໂດຍຈະໃຊ້ ຫີນອ່ອນ ແກຣນໄໜ໊ ທັງໝົດ.

ສປປລາວ ມີຊາຍແດນ ຕິດກັບ 5 ປະເທດ ຄື ຈີນ, ພະມ່າ, ໄທ, ກັມພູຊາ ແລະວຽດນາມ. ເວົ້າສະເພາະ ກັບປະເທດ ວຽດນາມ ຖືວ່າ ການປັກຫລັກໝາຍ ຊາຍແດນ ເກືອບວ່າຈະ ເສັດສີ້ນແລ້ວ ກັບກັມພູຊາ ກໍໄດ້ເລີ່ມ ເມື່ອບໍ່ດົນມານີ້; ກັບໄທ ການປັກປັນ ຊາຍແດນທາງບົກ ກໍເກືອບຈະແລ້ວໆ ແລະ ຈະເລີ່ມປັກປັນ ຊາຍແດນທາງນໍ້າ ໃນອີກບໍ່ດົນນີ້ ສ່ວນກັບພະມ່າ ຍັງບໍ່ທັນເລີ້ມເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.