ໄທຕິດຕາມ ພັກປະຊາຊົນ ປະຕິວັດລາວ

ທາງການໄທ ຕິດຕາມ ການປະຊຸມໃຫຍ່ ຂອງຄນະພັກ ປະຊາຊົນ ປະຕິວັດ ລາວ ຢ່າງໃກ້ຊິດ.
ໂພໄຊສວັດ
2010.08.04

ເອກ ອັຄຣາຊທູດ ໄທ ປະຈຳລາວ ໄດ້ໃຫ້ ຂໍ້ມູນວ່າ ປະເທດໄທ ກຳລັງ ຕິດຕາມ ສະພາບການ ປ່ຽນແປງ ທາງດ້ານ ການເມືອງໃນລາວ ຢ່າງໃກ້ຊິດ ໂດຍສະເພາະ ໃນກອງປະຊຸມ ໃຫຍ່ ສະມັດຊາ ພັກປະຊາຊົນ ປະຕິວັດ ລາວ ທີ່ກຳນົດ ຈະຈັດຂື້ນ ໃນປີ 2011 ຊຶ່ງອາດຈະມີ ການປ່ຽນແປງ ຕຳແໜ່ງໜ້າທີ່ ທາງການເມືອງ ຫລາຍຕຳແໜ່ງ. ເຖິງຢ່າງໃດ ກໍຕາມ ທ່ານ ວິທວັດ ສີວິຫົກ ເອກ ອັຄຣາຊທູດ ໄທ ປະຈຳລາວ ເຊື່ອວ່າ ຄວາມຮ່ວມມື ລາວ-ໄທ ຍັງຈະ ດຳເນີນໄປ ເປັນຢ່າງດີ ທ່ານກ່າວວ່າ:

"ຂນະນີ້ ກໍມີການ ປ່ຽນແປງ ຕຳແໜ່ງຕ່າງໆ ກໍເລີ້ມມີ ການປ່ຽນແປງ ຈາກເຈົ້າແຂວງ ເຖິງຂັ້ນ ຣັຖມົນຕຣີ ບາງກະຊວງ ແລະປີໜ້າ ກໍມີການ ປະຊຸມພັກ ນັກວິເຄາະ ກໍຊອມເບິ່ງວ່າ ຕຳແໜ່ງໜ້າທີ່ ທີ່ສຳຄັນ ໃນການ ບໍຣິຫານ ປະເທດ ຈະມີການ ສັບປ່ຽນ ໂຍກຍ້າຍ ຫລາຍປານໃດ ອັນນີ້ ກໍຕ້ອງໄດ້ ຄອຍເບິ່ງຕໍ່ໄປ".

ທ່າວກ່າວ ຕໍ່ໄປວ່າ ຫລັງຈາກການ ປະຊຸມໃຫຍ່ ໃນປີໜ້າ ອາດຈະມີ ການປ່ຽນແປງ ຣະດັບ ຜູ້ນຳປະເທດ ລະດັບກະຊວງ ແລະລະດັບ ຜູ້ບໍຣິຫານ ທີ່ສຳຄັນ ຂອງລາວ ຊຶ່ງອາດເຮັດໃຫ້ ລາວ ປ່ຽນແປງ ໄປໃນທາງ ທີ່ດີຂື້ນ ແລະເຮັດໃຫ້ ລາວ ຈະເຣີນຮຸ່ງເຮືອງ ພ້ອມທັງ ບັນລຸເປົ້າໝາຍ ສຳຄັນທີ່ ໄດ້ວາງໄວ້.

ສຳລັບຄວາມ ສຳພັນ ລາວ-ໄທ ໃນລະຍະນີ້ ກໍຍັງມີ ການຮ່ວມມື ປັກຫລັກ ເຂດຊາຍແດນ ທີ່ຈະຕ້ອງ ດຳເນີນງານ ໄປໃຫ້ສຳເຣັດ ແລະ ການຮ່ວມມື ສລອງວັນ ຄົບຮອບ 60 ປີ ຄວາມສຳພັນ ທາງການທູດ ຊຶ່ງຈະມີ ການປະຊຸມ ປຶກສາຫາລື ຂັ້ນຣັຖມົນຕຣີ ລາວ-ໄທ.

ກອງປະຊຸມ ສະມັດຊາໃຫຍ່ ພັກປະຊາຊົນ ປະຕິວັດ ລາວ ມີກຳນົດ ຈັດຂື້ນ ໃນປີ 2011 ໂດຍ ກອງປະຊຸມ ຈະປຶກສາ ຫາລື ຫລາຍປະເດັນ ທີ່ສຳຄັນ ຊຶ່ງອາຈມີ ການປ່ຽນແປງ ລະດັບຜູ້ນຳ ຜູ້ບໍຣິຫານ ໃນຫລາຍ ຕຳແໜ່ງ ທີ່ຈະສົ່ງຜົນ ຕໍ່ນະໂຍບາຍ ການພັທນາ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.