ນາຍພົນບົວສ້ຽງ ຈໍາປາພັນຢ້ຽມຢາມໄທ
2010.08.27
ນາຍພົລຈັຕວາ ບົວສ້ຽງ ຈຳປາພັນ ຮອງຫົວຫນ້າເສນາທິການ ກອງທັບ ປະຊາຊົນລາວ ເດີນທາງໄປ ຢ້ຽມຢາມໄທ ໃນມື້ວັນພຸດ ທີ 25 ສີງຫາ ໃນຖານະແຂກ ຂອງພົລ ເອກ ວິວະລີດ ຈອນສຳພະທິດ ແມ່ທັບພາກສອງ ຂອງໄທ ເພື່ອສຳພັນ ທະໄມຕີ ເສີມສ້າງຄວາມ ເປັນມິດ ແລະ ຄວາມຮ່ວມມື ຣະຫວ່າງກັນ ໃຫ້ແຫນ້ນແຟ້ນ ຂື້ນກວ່າເກົ່າ. ຫນັງສືພິມ ຜູ້ຈັດການໄທ ລາຍງານ ທີ່ອ້າງຕາມ ຫນັງສືພີມ ກອງທັບ ປະຊາຊົນລາວ.
ໃນຣະຫວ່າງ ການຢ້ຽມຢາມ ໄທ ເປັນເວລາ 3 ວັນ ຄນະຂອງກົມ ເສນາທິການ ລາວ ຈະໄດ້ໄປເບີ່ງ ສະຖານທີ່ ປວັດສາດ ແລະ ວັທນະທັມ ໃນເຂດພາກ ຕາເວັນອອກ ສ່ຽງເຫນືອຂອງໄທ ໂຄງການສົ່ງເສີມ ສີລປະອາຊີບ ໂຄງການກໍ່ສ້າງ ແລະ ແຫລ່ງທ່ອງທ່ຽວ ຈຳນວນນື່ງ ໃນແຂວງ ອຸດອນທານີ ຮ້ອຍເອດ ອຸບົນຣາຊທານີ ມຸກດາຫານ ນະຄອນພນົມ ແລະ ຫນອງຄາຍ ຊື່ງເປັນພື້ນທີ່ ໃນຄວາມຮັບ ຜິດຊອບຂອງ ແມ່ທັບ ພາກສອງ.
ການຢ້ຽມຢາມ ດ່ັງກ່າວ ນອກຈາກ ສ້າງຄວາມ ສຳພັນແລ້ວ ກໍ່ເປັນ ການດູແລ ຮັກຄວາມງົບ ຮຽບຮ້ອຍ ຕາມແນວຊາຍແດນ ຣະຫວ່າງ ລາວ-ໄທ ໃຫ້ມີປະສິດທິຜົລ ເພື່ອເຮັດໃຫ້ ຊາຍແດນຣະຫວ່າງ ສອງປະເທດ ການເປັນຊາຍແດນ ແຫ່ງສັນຕິພາບ ມິຕພາບ ແລະ ຄວາມຮ່ວມມື ຢ່າງແທ້ຈີງ ຫນັງສືພີມ ກອງທັບ ປະຊາຊົນ ລາວ ຖແລງ.
ພົລຈັຕວາ ບົວສ້ຽງ ຈຳປາພັນ ເປັນນາຍທະຫານ ທີ່ມີຄວາມ ຄຸ້ຍເຄີຍກັບ ກອງທັບໄທ ໃນເຂດດັ່ງກ່າວ ເປັນຢ່າງດີ ຍ້ອນບັນຫາ ຊາວມົ້ງ ໃນຣະຍະ ທີ່ຜ່ານມາ.