ລາວແລະໄທ ປັກປັນເຂດນ່ານນໍ້າ
2010.08.16
ການປັກປັນ ເຂດນ່ານນໍ້າ ລະຫ່ວາງ ລາວ-ໄທ ຍັງຄ້າງຄາ ຢູ່ຫລາຍຈຸດ ທີ່ຕ້ອງ ຕົກລົງກັນຕື່ມ ເພາະວ່າແຜນທີ່ ບໍ່ແຈ່ມແຈ້ງ ຍ້ອນວ່າ ແລວນໍ້າເລິກ ຊື່ງຖືວ່າເປັນ ເຂດແດນ ລະຫ່ວາງກັນນັ້ນ ໄດ້ປ່ຽນໄປຕາມ ທັມມະຊາດ ຈໍາເປັນຕ້ອງໄດ້ ຕົກລົງກັນເຣື້ອງ ຮ່ອງນໍ້າໄຫລ ເສັຽກ່ອນ ແລະຄາດວ່າຈະ ສລຸບຜົນຄືບໜ້າ ໃນທ້າຍປີ 2010 ນີ້ ຕາມທີ່ທ່ານ ກະສິດ ພິຣົມ ຣັຖມົນຕຣີ ການຕ່າງ ປະເທດໄທ ໄດ້ກ່າວເມື່ອ ບໍ່ດົນມານີ້ ທີ່ກອງປະຊຸມ ພາຍໃນຂອງໄທ:
"ເຣື້ອງຂອງການ ປັກປັນຫລັກ ເຂດແດນ ກໍໄດ້ຕົກລົງ ກັນແລ້ວວ່າ ຈະໃຫ້ແລ້ວພາຍ ໃນສີ້ນປີນີ້ ສໍາລັບທາງນໍ້າ ໃນແມ່ນໍ້າຂອງ ຊື່ງທ່ານ ຮອງນາຍົກ ກັບທ່ານ ກະສິດ ເອງໄດ້ຕົກລົງ ກັນແລ້ວວ່າ ຈະເລັ່ງລັດ ການເຈຣະຈາ ຫາຂໍ້ຍຸດຕິ ໃຫ້ໄວທີ່ສຸດ ເທົ່າທີ່ຈະໄວໄດ້".
ທ່ານກ່າວຕໍ່ໄປວ່າ ຜົນຂອງການ ຮ່ວມມື ໃນການສົ່ງຊາວມົ້ງ ຈາກບ້ານ ຫ້ວຍນໍ້າຂາວ ແຂວງເພັດສະບູນ ກັບຄືນປະເທດ ໄດ້ເຮັດໃຫ້ ຄວາມຮ່ວມມື ລະຫ່ວາງສອງ ປະເທດ ໃນການແກ້ໄຂ ບັນຫາຊາຍແດນ ມີເພີ້ມຂື້ນ.
ເຈົ້າໜ້າທີ່ ລະດັບ ປະຕິບັດການ ໃຫ້ລາຍລະອຽດ ຕື່ມວ່າ ການປັກປັນ ເຂດແດນທັງນໍ້າ ຍັງມີອຸປສັກ ຫລາຍດ້ານ ໂດຍສະເພາະ ບັນຫາແຜນທີ່ ທີ່ບໍ່ແຈ່ມແຈ້ງ ເຮັດໃຫ້ ພື້ນທີ່ ໃນຫລາຍຈຸດ ຍັງມີບ່ອນ ທັບຊ້ອນກັນຢູ່.
ລາວແລະໄທ ໄດ້ສໍາເຣັດ ການປັກປັນ ເຂດແດນທາງບົກ ສໍາເຣັດແລ້ວ 97% ເຫລືອແຕ່ເຂດແດນ ທາງນໍ້າ ຊື່ງທັງສອງຝ່າຍ ຫວັງວ່າ ຈະໃຫ້ແລ້ວໄວ ເທົ່າທີ່ຈະໄວໄດ້ ແຕ່ທ່ານບໍໄດ້ ບອກເຖິງກໍານົດ ທີ່ແນ່ນອນ ພຽງແຕ່ວ່າ ໃນປີນີ້ ຈະໃຫ້ມີ ຄວາມຄືບໜ້າ ຫລາຍທີ່ສຸດ ເພື່ອໃຫ້ໄດ້ຕາມ ເປົ້າໝາຍທີ່ ໄດ້ຕົກລົງກັນ.