ສາຍກາຣບີນ Jetstar ຈະເພີ້ມ ສາຍກາຣບິນ ໄປເອເຊັຽ
2009.08.25
ຍານາງ Chong Phit Lian, ຫົວໜ້າຝ່າຍບໍຣິຫາຣ ຂອງສາຍກາຣບີນ Jetstar ໄດ້ແຈ້ງຕໍ່ທາງ ສື່ມວລຊົນວ່າ, ທາງບໍຣິສັທ ຈະໄດ້ຮັບຊື້ ເຮືອບິນເພີ່ມອີກ 3ລຳໃນທ້າຍປີ 2009ນີ້, ຊື່ງຈະເປັນກາຣເພີ່ມ ດ້ານກາຣບໍຣິກາຣ ຂື້ນຕື່ມອີກເຖີງ46%, ແລະປັຈຈຸບັນ ມີກາຣໃຊ້ເຮືອບີນ ຊນິດ Airbus A320 ຊື່ງມີທັງໝົດແຕ່ 7ລຳເທົ່ານັ້ນ.
ຢ່າງໃດກໍຕາມ ຍານາງ Chong Phit Lian ໄດ້ແຈ້ງເພີ່ມວ່າ, ໃນປັຈຈຸບັນ ກໍມີແຕ່ກາຣ ເຈຣະຈາກັບ ທາງກາຣກ່ຽວຂ້ອງ ໃນແຕ່ລະປະເທສ, ເພື່ອຈະໄດ້ຮັບ ອະນຸຍາຕ ພ້ອມກັບຄາດວ່າ, ຄົງຈະບໍ່ມີບັນຫາໃດໆ ແລະວ່າໃນຣະຫວ່າງ ທີ່ຍັງກຳລັງ ຣໍຖ້າກາຣເຫັນຊອບ ຈາກທາງກາຣກ່ຽວຂ້ອງ ນັ້ນ, ທາງສາຍກາຣບິນ Jetstar ກໍມີກຳໜົດ ທີ່ຈະເພີ່ມຖ້ຽວບີນ ໄປຍັງພູເກັດ ປະເທສໄທຽ ຕື່ມອີກເປັນສອງຖ້ຽວ ໃນແຕ່ລະມື້, ທີ່ມີກຳໜົດ ເຣີ່ມຕົ້ນ ແຕ່ມື້ວັນທີ່15 ທັນວາ ທີ່ຈະມາເຖີງ ນີ້ເປັນຕົ້ນໄປ.
ແຕ່ສະເພາະໃນ ເວລາມໍ່ໆນີ້ນັ້ນ, ກໍວ່າຈະມີ ກາຣເພີ່ມຖ້ຽວບີນ ຈາກສີງຄະໂປ ໄປຍັງບາງກອກ ໃຫ້ເປັນມື້ລະ 3ຖ້ຽວນຳດ້ວຍ ທີ່ຈະເຣີ່ມຕົ້ນ ແຕ່ເດືອນ ກັນຍາ ນີ້ເປັນຕົ້ນໄປ.