ຍີ່ປຸ່ນຊ່ອຍເຫລືອ ເຂົ້າສານໃຫ້ແກ່ລາວ

ຍີ່ປຸ່ນ ຊ່ອຍເຫລືອ ເຂົ້າ 347 ຕັນ ໃຫ້ແກ່ 2 ແຂວງພາກໃຕ້ ຂອງລາວ
ຈະເຣີນສຸກ
2010.08.26

ຣັຖບານ ຍີ່ປຸ່ນ ມອບເຂົ້າ ໃຫ້ແກ່ ຣັຖບານລາວ ຜ່ານກົມ ສັງຄົມສົງເຄາະ ເພື່ອນໍາໄປ ແຈກຍາຍ ໃຫ້ແກ່ບັນດາ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກພະຍຸ ເກສນາ ໃນເຂດ 2 ແຂວງພາກໃຕ້ ແລະ ພ້ອມດຽວກັນນັ້ນ ຣັຖບານລາວ ກໍຫວັງວ່າ ຣັຖບານ ຍີ່ປຸ່ນ ຈະສືບຕໍ່ ຊ່ອຍເຫລືອ ຕື່ມອີກ ຖ້າຫາກວ່າ ຣັຖບານລາວ ຍັງມີຄວາມຕ້ອງ ໃນລະຍະຕໍ່ໄປ. ທ່ານ ປະສິດ ເດດພົມມະເທດ, ຫົວໜ້າ ກົມສັງຄົມ ສົງເຄາະ ອະທິບາຍ ສູ່ຟັງກ່ຽວກັບ ການແຈກຍາຍເຂົ້າ ວ່າ:

“ຈະນໍາໄປ ຊ່ອຍເຫລືອ ຢູ່ 2 ແຂວງພາກໃຕ້ ແຂວງສາຣະວັນ ນີ້ແມ່ນ ຈະຊ່ອຍເຫລືອ ທັງໝົດ 213 ຕັນ ແລະ ແຂວງອັຕປື 134 ຕັນ”

ພິທີການມອບ ເຂົ້າດັ່ງກ່າວ ມີຂຶ້ນເມື່ອວັນທີ 25 ສິງຫາ 2010 ທີ່ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ນະຄອນຫລວງ ວຽງຈັນ ໂດຍມີທ່ານ ມາຊາອາກິ ມິຍາຊິຕະ ເອກອັຄຣາຊທູດ ຍີ່ປຸ່ນ ປະຈໍາລາວ ເປັນຕົວແທນ ມອບເຂົ້າ 347 ຕັນ ມູນຄ່າປະມານ 280,000 ດອນລາສະຫະຣັຖ ໂດຍຜູ່ຮັບມອບ ຂອງຝ່າຍລາວ ໄດ້ແກ່ ຍານາງ ອ່ອນຈັນ ທັມມະວົງ ຣັຖມົນຕຣີ ແຮງງານ.

ປັດຈຸບັນ ທາງກົມ ສັງຄົມສົງເຄາະ ພວມຮັກສາ ເຂົ້າດັ່ງກ່າວ ເພື່ອຈະແຈກຍາຍ ໄປຍັງ ປະຊາຊົນ ຜູ່ທີ່ໄດ້ຮັບ ຜົນກະທົບ ຈາກພະຍຸ ເກສນາ ໃນ 2 ແຂວງຕໍ່ໄປ. ເຖິງຢ່າງໃດ ກໍຕາມ ທາງຣັຖບານລາວ ກໍຫວັງວ່າ ຣັຖບານ ຍີ່ປຸ່ນ ຈະສືບຕໍ່ ໃຫ້ຄວາມຊ່ອຍເຫລືອ ດັ່ງກ່າວ ກັບທາງການລາວ ຕໍ່ໄປ.

ຕັ້ງແຕ່ ເຫດການ ພະຍຸ ເກສນາ ເມື່ອຊ່ວງເດືອນ ຕຸລາ ປີ 2009 ເປັນຕົ້ນມາ ປະຊາຊົນ ໃນແຂວງສາຣະວັນ ແລະ ອັຕປື ຈໍານວນຫລວງຫລາຍ ຕ້ອງສູນເສັຍ ບ້ານເຮືອນ ແລະ ທີ່ທໍາມາ ຫາກິນ ຂອງພວກຂະເຈົ້າ ຢ່າງຫລວງຫລາຍ. ສະພາບຄວາມ ເສັຍຫາຍດັ່ງກ່າວ ເປັນເຫດໃຫ້ ພວກຂະເຈົ້າ ຍັງບໍ່ສາມາດ ທີ່ຈະຜລິດ ການປູກຝັງ ພືດກະສິກັມ ໄດ້ຢ່າງພຽງພໍ ຊຶ່ງເຮັດໃຫ້ ມີການຂາດແຄນ ອາຫານ ແລະ ໃນລະຍະ ຜ່ານມາ ກໍມີອົງການ ອາຫານໂລກ ຫລື FAO ແລະ ຣັຖບານ ຈາກ ຫລາຍປະເທດ ໄດ້ເຂົ້າໄປ ຊ່ອຍເຫລືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.