ອິນເດັຽມີເປົ້າໝາຍ ຈະພັທນາຢູ່ລາວ

ຜູ້ນໍາ ອິນເດັຽ ວ່າ ຍັງມີບ່ອນວ່າງ ທີ່ຈະພັທນາ ໄປພ້ອມໆກັນ ກັບ ສປຈີນ ຢູ່ເມືອງລາວ.
ຫວາດ ສີມູນ
2010.09.10

ຜູ້ນຳອິນເດັຽ ໄດ້ອອກ ເດີນທາງມາ ນະຄອນຫລວງ ວຽງຈັນ ໃນມື້ວັນທີ່ 9 ກັນຍາ ນີ້ ເພື່ອຢ້ຽມຢາມ ສປປລາວ ຢ່າງເປັນທາງກາຣ ກ່ອນທີ່ຈະ ເດີນທາງ ຕໍ່ໄປຍັງ ກັມພູຊາ ເພື່ອເສີມສ້າງ ສາຍກາຣພົວພັນ ກັບທັງສອງ ປະເທສ ໃຫ້ແໜ້ນແຟ້ນ ກວ່າເກົ່າ ແລະໃນຂນະ ດຽວກັນ ກໍເປັນກາຣ ສ້າງຄວາມສົນໃຈ ໃຫ້ແກ່ ນັກສັງເກດກາຣ ທາງດ້ານກາຣເມືອງ ຂອງອິນເດັຽ ເຊັ່ນວ່າ: ຖ້າຫາກຈະມີ ກາຣແຂ່ງທາງ ດ້ານອິດທິພົນ ກັບ ສປຈີນ ໃນເຂຕດັ່ງກ່າວ. ກ່ຽວກັບເຣື່ອງນີ້ Mme Pratibha Devisingh Patil ປະທານາທິບໍດີ ອິນເດັຽ ໄດ້ຕອບ ຂໍ້ຂ້ອງໃຈ ຂອງສື່ມວລຊົນ ກ່ອນທີ່ຈະເດີນ ທາງເຖິງ ເມືອງລາວວ່າ:

“ມີຄວາມເຊື່ອໝັ້ນ ຢ່າງແຮງກ້າ ວ່າ ຍັງມີຊ່ອງວ່າງ ຢູ່ທຸກແຫ່ງ ໃນທົ່ວໂລກ ຊຶ່ງກໍຮວມ ທັງຢູ່ໃນ ສປປລາວ ແລະກັມພູຊາ ທີ່ທາງກາຣ ອິນເດັຽ ແລະຈີນ ຈະສາມາດ ພັທນາ ຄຽງຄູ່ ໄປພ້ອມໆກັນ”.

ສຳຫລັບຢູ່ ສປປລາວ ນັ້ນ ເຖິງແມ່ນວ່າ ທາງກາຣ ອິນເດັຽ ໄດ້ໃຫ້ກາຣ ຊ່ວຍເຫລືອ ທາງດ້ານກາຣ ສຶກສາ ແລະອື່ນໆ ຫລາຍຢ່າງກໍຕາມ ແຕ່ກໍຍັງ ນ້ອຍກວ່າທີ່ ທາງກາຣ ຈີນ ໄດ້ທຸມເທໃຫ້ ກາຣຊ່ວຍເຫລືອ ທາງກາຣລາວ ໃນຫລາຍດ້ານເຊັ່ນ: ກາຣປຸກສ້າງ ສນາມກິລາ ແຫ່ງຊາຕ ກາຣລົງທຶນ ໃນໂຄງກາຣ ຂຸດຄົ້ນບໍ່ແຮ່ທາຕ ຕ່າງໆ ຕລອດ ຮອດ ໂຄງກາຣສ້າງ ຂົວຂ້າມແມ່ນ້ຳຂອງ ຣະຫວ່າງ ເມືອງຫ້ວຍຊາຍ ແລະ ເມືອງຊຽງຂອງ ທີ່ ຈີນ ຮ່ວມລົງທຶນ ກັບທາງ ກາຣໄທຽ ພ້ອມກັບ ໂຄງກາຣສ້າງຂົວ ໃສ່ແມ່ນ້ຳຂອງ ແຫ່ງໃໝ່ ໃນເຂຕເມືອງ ມໍຣະດົກໂລກ.

ນອກຈາກນັ້ນ ທາງກາຣຈີນ ຍັງມີໂຄງກາຣ ທີ່ຈະສ້າງ ເຂື່ອນຜລິຕ ກະແສໄຟຟ້າ ໃສ່ແມ່ນ້ຳຂອງ ທາງພາຄເໜືອ ຂອງລາວ ນຳອີກ ບໍ່ຕໍ່າກວ່າ 2 ແຫ່ງ ພ້ອມກັບ ໂຄງກາຣພັທນາ ອື່ນໆ ຫລາຍໆຢ່າງ.

ຢ່າງໃດກໍຕາມ ນັກວິເຄາະ ໃຫ້ທັສນະວ່າ ສຳຄັນທີ່ສຸດ ກໍແມ່ນທາງດ້ານ ພູມີປະເທສ ທີ່ຈີນມີ ຊາຍແດນ ຕິດກັບເມືອງລາວ ພ້ອມຍັງມີ ຣະບົບກາຣ ປົກຄອງ ໂດຽພັກໂທນ ຄອມມິວນິສຕ໌ ເຊັ່ນກັນ ທີ່ຍິ່ງຈະເຮັດ ໃຫ້ທາງກາຣ ອິນເດັຽ ຊຶ່ງເປັນ ປະເທສທີ່ມີ ປະຊາທິປະໄຕ ທີ່ສຸດ ແລະ ມີຫລາຍພັກ ກາຣເມືອງ ທີ່ສຸດໃນໂລກ ນັ້ນ ແຂ່ງຂັນກັບ ທາງກາຣຈີນ ໄດ້ຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.