ອົງການອາຫານ ຈະສືບຕໍ່ຊ່ວຍເຫຼືອລາວ

ອົງການອາຫານ ແລະ ການກະເສດ ສະຫະປະຊາຊາດ ຈະເພິ້ມການ ຊ່ວຍເຫລຶອ ແກ່ ສປປລາວ.
ສິດນີ
2010.09.28

ກົດຟັງສຽງ

ໃນມື້ວັນທີ 22 ກັນຍາ ທີ່ນະຄອນນິວຢອກ ທ່ານ ຈຸມມະລີ ໄຊຍະສອນ ປະທານ ປະເທດລາວ ໄດ້ຮັບຕ້ອນ ການມາຢ້ຽມຢາມ ຂອງ ດຣ. Jacques Diof ຜູ້ບໍຣິຫານ ຈັດການ ອົງການອາຫານ ແລະ ການກະເສດ ສະຫະປະຊາຊາດ.

ໃນການພົບປະກັນ ປະທານ ປະເທດລາວ ທ່ານ ຈຸມມະລີ ໄຊຍະສອນ ໄດ້ກ່າວເຖິງ ຄວາມພຍາຍາມ ຂອງ ສປປລາວ ທີ່ຈະບັນລຸ ເປົ້າຫມາຍ ສະຫັດສວັດ ອົງການ ສະຫະປະຊາຊາດ ໂດຍເນັ້ນໃສ່ ວຽກງານເຄືອຂ່າຍ ການຊ່ອຍເຫລຶອ ຂອງອົງການ ສະຫະປະຊາຊາດ ເປັນສີ່ງຈຳເປັນ ໃນການຍົກຣະດັບ ການພັທນາເພື່ອ         ຫລຸດຜ່ອນຄວາມ ທຸກຈົນໃນລາວ ໂດຍສະເພາະ ຈາກອົງການ ອາຫານ ແລະ ການກະເສດ ທີ່ໄດ້ຂຍາຍ ການຊ່ວຍເຫລຶອແກ່ລາວ ແລະ ຫລາຍປະເທດ ໃນໂລກເພື່ອ ໃຫ້ບັນລຸເປົ້າຫມາຍ ສະຫັດສວັດ.

ທ່ານ ຈຸມມະລີ ໄດ້ຂອບໃຈ ອົງການອາຫານ ແລະ ການກະເສດ ຜ່ານ ດຣ Diouf ທີ່ໄດ້ໃຫ້ການ ຊ່ວຍເຫລຶອລາວ ໃນຂແນງຕ່າງໆ ໃນນັ້ນ ຮ່ວມດ້ວຍຄວາມ ປອດພັຍທາງດ້ານ ອາຫານການກິນ ການບໍຣິຫານ ຈັດການ ຊັພຍາກອນປ່າໄມ້ ແລະໂຄງການ ອາຫານ ທີ່ມີຄຸນນະພາບ ປະເພດຕ່າງໆ ແກ່ເດັກນ້ອຍນັກຮຽນ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 28, 2010 08:36 PM

very photo news