ຜູ້ນໍາກໍາພູຊາແລະໄທ ເຈຣະຈາ
2010.09.27
ກົດຟັງສຽງ
ນາຍົກ ຣັຖມົນຕຣີ ກຳພູຊາ ແລະ ນາຍົກ ຣັຖມົນຕຣີໄທ ຢືນຢັນວ່າ ຈະຫລີກລ້ຽງ ການໃຊ້ກຳລັງ ທາງທະຫານ ໃນການແກ້ໄຂ ບັນຫາຂັດແຍ່ງ ເຂດຊາຍແດນ. ເຈົ້າໜ້າທີ່ ທາງການ ກຳພູຊາ ລາຍງານ ໃນມື້ວັນ ອາທິດທີ 26 ກັນຍາ 2010 ນີ້.
ຖແລງການ ດັ່ງກ່າວ ໄດ້ມີຂຶ້ນ ຫລັງຈາກການ ເຈຣະຈາ ໃຊ້ເວລາ 40 ນາທີ ລະຫວ່າງ ຜູ້ນຳທັງສອງ ໃນມື້ວັນສຸກ ທີ 24 ກັນຍາ 2010 ທີ່ຜ່ານມາ ຢູ່ນະຄອນ ນິວຢອກ ສະຫະຣັຖ ອະເມຣິກາ. ທ່ານ ປຣັກ ໂສຄົນ ເລຂາທິການ ກະຊວງການ ຕ່າງປະເທດ ຫ້ອງການສະພາ ຣັຖມົນຕຣີ ກຳພູຊາກ່າວ ໃນມື້ວັນ ອາທິດທີ 26 ກັນຍາ 2010.
ທ່ານ ປຣັກ ໂສຄົນ ກ່າວອີກວ່າ ໃນການເຈຣະຈາ ດັ່ງກ່າວຍັງໄດ້ ປຶກສາຫາລືກັນ ກ່ຽວກັບການ ຈັດຕັ້ງໂຄງການ ຮ່ວມເພື່ອຄວບຄຸມ ລາຍງານ ຂອງແຫລ່ງຂ່າວ ທີ່ຈະສ້າງ ຄວາມເສັຍຫາຍ ຫລືສ້າງຄວາມ ເຂົ້າໃຈຜິດ ໃຫ້ກັບຄວາມ ສຳພັນ ລະຫວ່າງ ສອງປະເທດ.
ນອກຈາກນີ້ ກໍໄດ້ປຶກສາຫາລື ສົ່ງເສີມການ ແລກປ່ຽນທາງ ດ້ານສິລປະ ວັທນະທັມ ແລະກິລາ, ນອກເໜືອໄປກວ່ານັ້ນ ຍັງເປັນໄປໄດ້ ວ່າຈະເປີດ ດ່ານກວດຄົນ ເຂົ້າເມືອງ ບ່ອນໃໝ່ ຢູ່ໃນເຂດ Stung Bot ເພື່ອສົ່ງເສີມ ການຄ້າ ລະຫວ່າງສອງປະເທດ ອີກດ້ວຍ.
ໃນເວລາດຽວກັນ ທ່ານ ປຣັກ ໂສຄົນ ກ່າວວ່າ ຜູ້ນຳທັງສອງ ຍັງມີແຜນການ ທີ່ຈະພົບພໍ້ ກັນອີກສອງເທື່ອ ໃນຄາວຕໍ່ໄປ, ເທື່ອທຳອິດ ຢູ່ໃນ ກອງປະຊຸມ ສຸດຍອດ ASEM ຢູ່ນະຄອນຫລວງ Brussels ປະເທດ ແບນຢ້ຽມ ແລະ ອີກເທື່ອນຶ່ງຢູ່ ໃນກອງປະຊຸມ ສຸດຍອດອາຊຽນ ຢູ່ນະຄອນ ຫລວງຮາໂນຍ ປະເທດວຽດນາມ ເພື່ອປຶກສາຫາລື ກ່ຽວກັບ ຄວາມສຳພັນ ຂອງທັງສອງ ປະເທດຕໍ່ໄປ.