ກອງປະຊຸມ ຜູ້ນໍາອາຊ໊ຽນ ຄັ້ງທີ 16

ຜູ້ນໍາອາຊ໊ຽນ ຊຸກຍູ້ໃຫ້ໂຄງກາຣ ເຊື່ອມໂຍງ ກາຣຄົມນາຄົມ ທົ່ວພູມີພາຄ.
ຫວາດ ສີມູນ
2010.04.09
F-ASEAN ທີ່ສສວຽດນາມ,ຮາໂນຍ: ບັນດາຜູ້ນໍາ ກຸ່ມປະເທດອາຊ໊ຽນ ໄດ້ເຂົ້າປະຊຸມກັນ ເປັນຄັ້ງທີ 16 ທີ່ກຸງຮາໂນຍ ຕົກລົງເຊື່ອມໂຍງ ສັມພັນໄມຕຣີຕໍ່ກັນ. ຮູປຖ່າຍວັນທີ 8 ເມສາ 2010
AFP PHOTO/TANG CHHIN SOTHY

ຜູ້ນໍາບັນດາ ປະເທສອາຊ໊ຽນ ທີ່ຮ່ວມປະຊຸມ ສຸດຍອດ ຢູ່ກຸງຮ໋ານວຍ ທີ່ສິ້ນສຸດລົງ ໃນມື້ວັນສຸກທີ່ 9 ເມສາ ນີ້ນັ້ນ ເຫັນພ້ອມໃນກາຣ ພຍາຍາມ ເພື່ອໃຫ້ມີກາຣ ເຊື່ອມຕໍ່ ດ້ານຄົມນາຄົມ ຣະຫວ່າງກັນ ຊຶ່ງກໍຮວມທັງ ທາງບົກທາງນໍ້າ ແລະທາງອາກາສ ໃຫ້ໄດ້ຢ່າງທົ່ວເຖິງ ກັນໃນໄວໆນີ້ ເພື່ອຈະໃຫ້ ສາມາດບັນລຸ ເປົ້າໝາຍ ຂອງກາຣພັທນາ ທາງເສຖກິຈ ໃນພູມີພາຄ ຮ່ວມກັນ- ອີງຕາມກາຣ ຣາຍງານຂອງ ໜັງສືພິມ ຜູ້ຈັດກາຣ ຣາຍວັນໄທຽ ໃນມື້ວັນທີ່ 8 ເມສາ ນີ້.

ກາຣທີ່ທາງຜູ້ນໍາ ພຍາຍາມຊຸກຍູ້ ໃຫ້ໂຄງກາຣ ຄົມນາຄົມເຊື່ອມໂຍງ ກັນດັ່ງກ່າວ ກໍເພື່ອໃຫ້ບັນລຸ ເປົ້າ ໝາຍ ຂອງກາຣຈັດຕັ້ງ ຕລາດຮ່ວມ ແລະກາຣເປັນເຂຕ ຂອງກາຣຜລິຕ ໃຫ້ໄດ້ພາຍ ໃນປີ 2012, ຊຶ່ງກໍຈະເຮັດ ໃຫ້ອາຊ໊ຽນ ກາຍມາເປັນສູນກາງ ໃນດ້ານກາຣຂົນສົ່ງ ດ້ານເທຄໂນໂລຈີ ກາຣທ່ອງທ່ຽວ ແລະດ້ານພລັງງານ ນໍາດ້ວຍ.

ເຖິງຢ່າງໃດກໍຕາມ ທາງຄະນະຜູ້ນໍາ ອາຊ໊ຽນ ຍັງຈະສືບຕໍ່ ໃຫ້ກາຣສົ່ງເສີມ ແກ່ນັກລົງທຶນ ຊາວຕ່າງປະ ເທສ ເຂົ້າມາລົງທຶນ ໃນເຂຕພູມີພາຄ ໃຫ້ຫລາຍກວ່າເກົ່າ ໂດຽສະເພາະ ໃນດ້ານ ໂຄງຮ່າງພື້ນຖານ ໃຫ້ຫລາຍກວ່າເກົ່າ ໃນຂັ້ນຕໍ່ໆໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.