ການປາບປາມ ກຸ່ມລ້າສັດປ່າ ທີ່ຫ່ວງຫ້າມ
2009.02.05
ເຈົ້າຫນ້າທີ່ປ່າໄມ້ ແຂວງຄຳມ່ວນ ໃຫ້ການວ່າ ທາງການແຂວງ ກຳລັງດຳເນີນ ການກວດກາ ຈັບກຸມ ກຸ່ມລັກລອບ ສັດປ່າທີ່ພາກັນລັກ ລ່າສັດປ່າ ໃນປ່າສງວນ ແຫ່ງຊາດ ຫລືນຳ ສັດປ່າທີ່ ຕ້ອງຫ້າມ ມາຈາກ ປະເທດເພືອ່ນບ້ານ ເພືອ່ສົ່ງຕໍ່ ໃຫ້ພໍ່ຄ້າຄົນກາງ, ທ່ານຍອມຮັບວ່າ ເປັນການຍາກ ທີ່ຈະຈັບກຸມໄດ້ ເພ່າະກຸ່ມດັ່ງກ່າວ ມີເຄືອຄ່າຍ ຣະຫວ່າງແຂວງ ຕໍ່ແຂວງ ໃນການ ດຳເນີນງານ ດັ່ງທ່ານກ່າວ ໃນຕອນນື່ງວ່າ-
ມັນສີ່ບໍ່ ຂື້ນຢູ່ໃກ້ໆ ແຂວງຄຳມ່ວນ ໂດຍຕົງ ແຕ່ຈະມີ ຢູ່ຣະຫວ່າງ ຣອຍຕໍ່ຂອງ ແຂວງ ສວັນນະເຂດ ຫລືແຂວງ ບໍຣີຄຳໃຊ ບ່ອນການ ຮັກສາສັດປ່າ ມັນມີບັນຫາ ມັນມີຊ່ອງວ່າງ.
ທ່ານວ່າ ວ່າງມໍ່ໆ ມານີ້ ເຈົ້າຫນ້າ ທີ່ປ່າໃມ້ ໄດ້ກວດພົບ ສັດປ່າທີ່ ຫ່ວງຫ້າມ ໄດ້ 19 ໂຕ ໃນເຂດ ຕລາດຊຸມຊົນ ຫມູ່ບ້ານ ແຫ່ງນື່ງ ທີ່ແຂວງ ຄຳມ່ວນ ໃນນັ້ນ ກໍ່ມີ ກະຮອກ 9 ໂຕ ໃກ່ປ່າ ແລະຕົວເຫມັນ ອີກຈຳນວນນື່ງ ທັງຫມົດຈະ ຖືກຂົນສົ່ງ ໄປຂາຍທີ່ ປະເທດ ເພື່ອນບ້ານ. ສຳລັບ ປະເທດ ທີ່ຊື້ສັດປ່າ ຈາກລາວນັ້ນ ສ່ວນໃຫຍ່ ຈະເປັນຈີນ ແລະວຽດນາມ ເສັ້ນທາງທີ່ ເຂົາມັກໃຊ້ ກໍ່ແມ່ນຜ່ານ ແຂວງບໍຣີຄຳໄຊ ສວັນນະເຂດ ແລະຄຳມ່ວນ ເຈົ້າຫນ້າທີ່ ອີກທ່ານນື່ງ ເວົ້າວ່າ-
ຕົວບັນຫາ ການລັກລອບ ຍັງມີຢູ່ ຕົວລີ່ນນີ້ ຂາຍໄປທາງຈີນ ຈີນຈະເອົາ ໄປເຮັດໄປກີນ ຮັບປະທານ ເປັນອາຫານ ປະເພດ ບາງຊນີດ ກໍ່ເອົາໄປທຳຢາ ເປັນຕົ້ມໄປ ຂ້ຽວເຣັດຢາ.
ສັດປ່າ ທີ່ນິຍົມ ໃນບັນຊີ ທີ່ກຸ່ມ ພໍ່ຄ້າຕ້ອງການ ສ່ວນໃຫຍ່ ກໍ່ຈະເປັນ ປະເພດ ນີ້ມ ງຸ ຫມີ ຫນູປ່າ ສາເຫລົາ ກວາງ ຟານ ເສືອ ຮ່ວມໄປຮອດ ສັດປະເພດເລືອ ພື້ນທີ່ ທີ່ມີການ ລັກລອບລ່າ ສັດປ່າ ຫລາຍກວ່າຫມູ່ ຢູ່ແຂວງ ຄຳມ່ວນ ກໍ່ແມ່ນ ໃນເຂດ ທົ່ງພຽງນາກາຍ ຊື່ງເປັນ ທົ່ງພຽງ ທີ່ມີ ຝຸງສັດປ່າ ທຸກຊນີດ.