ສປປລາວ ເລີ່ມ ໂຄງການ ອະນຸຮັກ ຊ້າງປ່າ

ອົງການ ອະນຸຮັກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຈັດໂຄງການອະນຸຮັກ ຊ້າງປ່າ ແລະ ເພື່ອໃຫ້ ຢູ່ຮ່ວມກັນ ກັບປະຊາຊົນໄດ້.
ຈະເຣີນສຸກ ຣາຍງານ
2008.05.21

ເຈົ້າໜ້າທີ່ ອົງການ ອະນຸຮັກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຊຶ່ງມີຊື່ ເປັນພາສາອັງກິດ ວ່າ World Wildlife Fund ຫລື ຊື່ຫຍໍ້ ວ່າ WWF ຫລິງເຫັນຄວາມສໍາຄັນ ທີ່ເກີດຂຶ້ນຣະຫວ່າງ ປະຊາຊົນ ທີ່ຢູ່ໃນເຂດພື້ນທີ່ ປູກຝັງ ແລະ ມີຊ້າງປ່າ, ຈຶ່ງໄດ້ຈັດໂຄງການ ເພື່ອຄວາມສຸກ ຂອງປະຊາຊົນ ແລະ ຊ້າງປ່າ.

ເຈົ້າໜ້າທີ່ ດັ່ງກ່າວ ເວົ້າວ່າ:

“ໂຄງການອະນຸຮັກ ຊ້າງປ່າ ແກ້ໄຂ ບັນຫາເຣື້ອງຊ້າງ ທີ່ທໍາລາຍ ປະຊາຊົນ ແລະ ເຄື່ອງປູກ ຂອງປະຊາຊົນ. ເຮົາມີຢູ່ 5 ແຂວງ. ຢູ່ທາງພາກໃຕ້ ມີແຂວງອັຕປື, ເຊກອງ, ສາລະວັນ ແລະ ສວັນນະເຂດ; ສ່ວນທາງພາກເໜືອ ແມ່ນແຂວງໄຊຍະບູຣີ.”

ສ່ວນເຣື້ອງ ການດໍາເນີນງານ ເບື້ອງຕົ້ນນັ້ນ, ທ່ານ ເວົ້າວ່າ ຈະມີການສໍາຣວດ ປະຊາກອນຊ້າງ, ສຶກສາບັນຫາ ຜົນກະທົບ ຂອງຊ້າງປ່າ ຕໍ່ ຊຸມຊົນທ້ອງຖິ່ນ ແລະ ສຶກສາບັນຫາ ຜົນກະທົບ ຂອງປະຊາຊົນ ທ້ອງຖິ່ນ ຕໍ່ຖິ່ນອາສັຍ ຂອງຊ້າງປ່າ ຫລືວ່າ ປະຊາຊົນ ທີ່ບຸກລຸກ ພື້ນທີ່ ຂອງຊ້າງປ່າ.

ໃນລະຍະຜ່ານມາ ມີຊ້າງປ່າ ທໍາລາຍພື້ນທີ່ປູກຝັງ ຂອງປະຊາຊົນ ແລະ ປະຊາຊົນ ກໍມີການລ່າຊ້າງ, ດັ່ງນັ້ນ ກຸ່ມອະນຸຮັກ ສັດປ່າ ຈຶ່ງໄດ້ຈັດຕັ້ງໂຄງການນີ້ ຂຶ້ນມາ, ຊຶ່ງທ່ານ ກ່າວເຖິງ ຈຸດປະສົງ ຂອງໂຄງການ ດັ່ງກ່າວວ່າ:

“ຈຸດປະສົງ ກໍເປັນເພື່ອວ່າ ບໍ່ໃຫ້ປະຊາຊົນ ມີການທໍາລາຍຊ້າງປ່າ ແລະ ບຸກລຸກພື້ນທີ່ ຂອງຊ້າງປ່າຢູ່ ມີການຂັດແຍ່ງ ຣະຫວ່າງ ຄົນກັບຊ້າງປ່າ, ເຮັດແນວໃດ ໃຫ້ປະຊາຊົນ ກັບຊ້າງປ່າ ຢູ່ຮ່ວມກັນໄດ້.”

ຢ່າງໃດ ກໍຕາມ, ທ່ານ ກ່າວຕື່ມວ່າ ປັດຈຸບັນ ມີຂ່າວກ່ຽວກັບ ການສູນເສັຍ ຊ້າງປ່າ ແລະ ຍັງເຊື່ອໄດ້ແນ່ວ່າ ຄົງຈະຕ້ອງມີຢູ່ ຕໍ່ໄປ, ແລະ ຈະທະວີ ຄວາມຮຸ່ນແຮງຫລາຍຍິ່ງຂຶ້ນ ຖ້າຫາກວ່າ ກົມປ່າໄມ້ ຊຶ່ງເປັນຜູ້ມີອໍານາດ ແລະ ໜ້າທີ່ໂດຍກົງ ບໍ່ເຮັດຫຍັງເລີຍ, ຊຶ່ງໝາຍເຖິງ ການປັບປຸງ ການຄິດຄົ້ນ ຫາແນວທາງ ໃນການອະນຸຮັກ ຊ້າງປ່າ ໃນລັກສະນະໃໝ່.

ຄວາມເວົ້າຊອກຫາຂໍ້ມູນ: ສັດປ່າ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.