ຊາວບ້ານເຂດຫົງສາ ຈະເລີ້ມໂຍກຍ້າຍ

ໂຄງການ ໂຮງໄຟຟ້າ ຫົງສາລິກໄນທ໌ ໃນແຂວງ ໄຊຍະບູຣີ ກໍາລັງຈະ ເລີ້ມໂຍກຍ້າຍ ຊາວບ້ານ ໃນສອງບ້ານ ອອກຈາກ ພື້ນທີ່.
ມະນີຈັນ
2010.08.19

ຄວາມຄືບໜ້າ ໂຄງການກໍ່ສ້າງ ໂຮງໄຟຟ້າ ຖ່ານຫີນລິກໄນທ໌ ໃນແຂວງ ໄຊຍະບູຣີ ຂນະນີ້ ປາກົດວ່າ ເຈົ້າຂອງໂຄງການ ກໍ່ສ້າງ ເລີ້ມໂຍກຍ້າຍ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ອອກໄປຕັ້ງ ບ້ານເຮືອນໃໝ່ ໃນເຂດທີ່ ທາງການ ຈັດສັນໄວ້ໃຫ້. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ພລັງງານ ແລະບໍ່ແຮ່ ແຂວງໄຊຍະບູຣີ:

"ບ້ານທີ່ມີ ຜົລກະທົບ ປະມານ 5 ບ້ານ ແຕ່ບ້ານຢູ່ໃກ້ ຕ້ອງໄດ້ຍ້າຍ ອອກກ່ອນ ເພິ່ນກໍກຽມພ້ອມ ກໍເຂດບ້ານ ໜອງຄໍາ ບ້ານນາຊາຍຄໍາ ທີ່ຕ້ອງຍ້າຍ ກ່ອນ 2 ບ້ານນີ້ ແຫຼະ".

ປະຊາຊົນ ທີ່ຖືກ ຜົລກະທົບ ແລະຕ້ອງໄດ້ ຍ້າຍອອກ ຈາກພື້ນທີ່ ກໍ່ສ້າງ ທັງໝົດ ມີ 5 ບ້ານ ຄື ບ້ານນາໜອງຄໍາ ບ້ານນາຊາຍຄໍາ ບ້ານຫານ ບ້ານທາດ ແລະບ້ານຈໍາປາ ຮວມມີ 500 ກວ່າຄອບຄົວ. ໃນເວລານີ້ ທາງການ ໄດ້ນໍາ ປະຊາຊົນ ບາງສ່ວນໃນ 2 ໝູ່ບ້ານ ທີ່ຢູ່ໃກ້ໂຮງ ໄຟຟ້ານັ້ນ ໂຍກຍ້າຍໄປ ພື້ນທີ່ໃໝ່ແລ້ວ.

ສ່ວນການຊ່ວຍເຫລືອ ຂອງທາງການ ຈະເຮັດແບບດຽວ ກັນກັບການ ໂຍກຍ້າຍ ປະຊາຊົນ ໃນເຂດ ເຂື່ອນນໍ້າເທີນ 2 ແຂວງຄໍາມ່ວນ ຄືໃຫ້ທີ່ດິນ ໃຫ້ບ້ານ ໃຫ້ອາຊີພ ກໍ່ສ້າງ ສາທາຣະນຸປະໂພກ ພື້ນຖານ ຮອງຮັບ. ສໍາລັບ ຜົລກະທົບ ດ້ານສິ່ງແວດລ້ອມ ທາງການ ກໍຍອມຮັບວ່າ ມີແນ່ນອນ ແຕ່ກໍມີທາງ ແກ້ໄຂດີ ທີ່ສຸດ ຕາມມາຕຖານ ແບບດຽວກັບ ໂຮງໄຟຟ້າແມ່ເມາະ ໃນແຂວງລໍາປາງ ຂອງໄທ. ທ່ານກ່າວຕໍ່ໄປວ່າ:

"ທາງໂຄງການ ເພິ່ນໄດ້ ຣະບຸວ່າ ມີສິ່ງທີ່ເກັບ Co2 ມີຫຍັງເນາະ ກໍບໍ່ໃຫ້ ມັນກະຈາຍ ໄປຫຍັງໄກ ກໍຄືສິ ຮັບປະກັນ ຢູ່ສະພາບແວດລ້ອມ ເນາະ".

ໂຄງການ ຫົງສາລິກໄນທ໌ ປະກອບດ້ວຍ 2 ສ່ວນ ມີຂນາດການ ລົງທຶນໃຫຍ່ໂຕ ຄື ສ່ວນທີ່ເປັນຕົວ ໂຮງໄຟຟ້າ ກັບບໍ່ຖ່ານຫີນ. ໂຮງໄຟຟ້າ ຫົງສາລິກໄນທ໌ ຈະຕິດຕັ້ງ ເຄື່ອງຈັກປັ່ນໄຟ ຂນາດ 650 ແມັກກາວັດ ຈໍານວນ 3 ເຄື່ອງ ຮວມເປັນ 1880 ແມັກກາວັດ  ສາມາດຜລິດ ໄຟຟ້າໄດ້ 1249 ລ້ານ ກິໂລວັດຊົ່ວໂມງ. 

ໃນນັ້ນ 1470 ແມັກກາວັດ ຈະຈໍານ່າຍໃຫ້ ການໄຟຟ້າ ຝ່າຍຜລິດຂອງໄທ ທີ່ເຫລືອ ສ່ວນໃຫຍ່ ຈໍາໜ່າຍໃຫ້ ຣັຖວິສາຫະກິດ ໄຟຟ້າລາວ. ຜູ້ລົງທຶນ ຄື ຣັຖວິສາຫະກິດ ໄຟຟ້າລາວ 20% ບໍຣິສັດ ບ້ານປູຈໍາ ກັດຂອງໄທ 40% ຣາຊບູຣີ Holding ຂອງໄທ 40%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.