ປ່າໄມ້ເມືອງລາວຍັງຖືກ ຄຸກຄາມຕລອດມາ

ປ່າໄມ້ ໃນເມືອງລາວ ຍັງໄດ້ຮັບ ຜົລກະທົບ ຈາກໂຄງກາຣ ພັທນາຕ່າງໆ ຕລອດມາ.
ຫວາດ ສີມູນ
2010.10.05

ກົດຟັງສຽງ

ບັນຫາ ກາຣຕັດໄມ້ ທໍາລາຍປ່າ ເປັນກາຣສ້າງຜົລ ກະທົບ ຢ່າງຫລວງຫລາຍ ໃນທົ່ວເຂຕເອເຊັຽ ດັ່ງຈະເຫັນໄດ້ ຈາກພັຍນໍ້າຖ້ວມ ຫລາຍໆແຫ່ງ ໃນແຕ່ລະປີ.

ສ່ວນຢູ່ເຂຕ ເອເຊັຽຕາເວັນອອກ ສ່ຽງໃຕ້ ເຊັ່ນຢູ່ປະເທສ ມາເລເຊັຽ ແລະ ອິນໂດນີເຊັຽ ກໍມີກາຣ ທຳລາຍປ່າ ຍ້ອນທາງຣັຖບາລ ໃຫ້ສັມປະທານ ເນື້ອທີ່ດິນ ສຳລັບ ໂຄງກາຣ ປູກຕົ້ນຕານ ຫລືຕົ້ນປາລ໌ມ (Palm) ເພື່ອຜລີຕ ນໍ້າມັນເຊື້ອເພີງ ພ້ອມກັບ ໂຄງກາຣປູກຕົ້ນໄມ້ ອຸຕສາຫະກັມ ຕ່າງໆເຊັ່ນ: ຕົ້ນຢາງພາຣາ ແລະ ຕົ້ນ ຢູກາລິປຕັສ ພ້ອມກັບໂຄງກາຣອື່ນໆ ຊຶ່ງກໍລ້ວນແຕ່ ເປັນກາຣທຳລາຍ ສະພາບແວດລ້ອມ ນຳດ້ວຍ.

ສະເພາະຢູ່ ສປປລາວ ໃນປັຈຈຸບັນ ນີ້ນັ້ນ ກໍມີໂຄງກາຣ ພັທນາຕ່າງໆ ທີ່ຕ້ອງໄດ້ມີ ກາຣຕັດໄມ້ທຳລາຍປ່າ ຢ່າງຫລວງຫລາຍ ໃນແຕ່ລະປີ ເຊັ່ນກັນ ດັ່ງຈະເຫັນໄດ້ຈາກ ກາຣທີ່ທາງ ຣັຖບາລລາວ ໄດ້ອະນຸຍາຕ ໃຫ້ບໍຣິສັທ ຕ່າງປະເທສ ເຂົ້າມາລົງທຶນ ໃນຫລາຍໆໂຄງກາຣ ທີ່ຕ້ອງໄດ້ ມີກາຣຕັດໄມ້ ເຊັ່ນກັນ.

ນອກຈາກນັ້ນ ທາງກາຣທະຫາຣ ຍັງມີກາຣ ດໍາເນີນ ໂຄງກາຣຕັດໄມ້ ເພື່ອສົ່ງອອກຂາຍ ຕ່າງປະເທສ ຊຶ່ງກໍມີທັງ ແບບຖືກຕ້ອງຕາມ ກົດໝາຍ ແລະ ແບບບໍ່ໄດ້ຮັບ ອະນຸຍາຕ ກໍມີ ຢ່າງຫລວງຫລາຍ ເຊັ່ນກັນ ໂດຽມີກາຣພົວພັນ ທາງດ້ານ ກາຣທະຫາຣ ຂອງວຽຕນາມ ເພື່ອຜົລປໂຍດ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ ທັງສອງຝ່າຍ.

ເຖິງຢ່າງໃດກໍຕາມ ທາງກາຣ ສປປລາວ ຍັງຢືນຢັນວ່າ ສາມາດ ປົກປັກຮັກສາ ປ່າໄມ້ ໃນເມືອງລາວໄວ້ໄດ້ ເຖິງບໍ່ຕໍ່າກວ່າ 40% ພ້ອມຍັງມີ ໂຄງກາຣປູກຕົ້ນໄມ້ ໃຫ້ເປັນ ປ່າຄືນໄດ້ ຢ່າງຫລວງຫລາຍ ໃນແຕ່ລະປີ. ແຕ່ໃນຂນະດຽວກັນ ນັກຊ່ຽວຊານ ດ້ານປ່າໄມ້ໃນລາວ ຊໍ້າພັດໃຫ້ ທັສນະວ່າ ປ່າໄມ້ທີ່ຖືວ່າ ເປັນປ່າໄມ້ໃຫຍ່ ດົງເລິກແທ້ໆນັ້ນ ຄົງມີເຫລືອ ພຽງແຕ່ 3% ເທົ່ານັ້ນ ພ້ອມກັບ 23% ຖືເປັນເຂຕປ່າ ທີ່ໄດ້ຮັບກາຣ ຮຸກຮານ ຊຶ່ງມີຕົ້ນໄມ້ໃຫຍ່ ບໍ່ພຽງເທົ່າໃດຕົ້ນ ທີ່ເຫລືອຄ້າງ ປົນກັບປ່າໄມ້ ປະເພທໄມ້ໄຜ່ ໄມ້ບົງ ແລະໄມ້ຮວກ ຊາງຕ່າງໆ. ນອກຈາກນັ້ນ ກໍຍັງມີອີກ ປະມານ 11%  ທີ່ເປັນປ່າໄມ້ ທີ່ບໍ່ມີ ຄຸນນະພາບ ແຕ່ຢ່າງໃດນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.