ຊະນີ ຊນິດຫາຍາກ ໃນເອເຊັຍ
2010.09.22
ກົດຟັງສຽງ
ນັກວິທຍາສາດ ເຢັຽຣະມັນ ກ່າວໃນມື້ວັນ ອັງຄານ ທີ 21 ກັນຍາ 2010 ວ່າໄດ້ຄົ້ນພົບ ສາຍພັນຊະນີ ທີ່ຫາຍາກ ແລະ ຄິດວ່າສູນພັນ ໄປແລ້ວ ໃນປ່າດົງດິບ ລະຫວ່າງ ລາວ ວຽດນາມ ແລະ ກຳພູຊາ ໂດຍການກວດສອບ ສຶກສາ ສຽງຮ້ອງ ທີ່ແປກແນວ ຂອງມັນ.
ສູນກາງຄົ້ນຄວ້າ ພັນສັດປ່າ ຫາຍາກ ຈາກປະເທດ ເຢັຽຣະມັນ ເປີດເຜີຍວ່າ ຊະນີຊນິດນີ້ ເປັນສາຍພັນ ທີ່ຫາຍາກ ທີ່ສຸດ ສາຍພັນນຶ່ງ ໃນໂລກ ໂດຍນັກ ວິທຍາສາດ ຮ້ອງມັນວ່າ ຊະນີແກ້ມປ່ານ ຍ້ອນວ່າແກ້ມມັນ ເປັນວົງປ່ານ.
ທ່ານ Christian Roos ຈາກສູນກາງ ຄົ້ນຄວ້າພັນ ສັດປ່າ ຫາຍາກ ຈາກປະເທດ ເຢັຽຣະມັນ ກ່າວວ່າການ ຄົ້ນພົບສ້າງ ຄວາມຕື່ນເຕັ້ນ ໃຫ້ແກ່ນັກ ວິທຍາສາດ ພໍສົມຄວນ. ພວກນັກ ວິທຍາສາດໄດ້ ວິໄຈຄວາມທີ່ ແລະ ສຽງຮ້ອງຂອງມັນ ຈຶ່ງຮູ້ວ່ານີ້ ເປັນຊະນີ ສາຍພັນໃໝ່. ນອກຈາກນີ້ ການວິໄຈ ກໍພົບວ່າ ສຽງຮ້ອງ ຂອງມັນແມ່ນ ວິທີປົກປ້ອງ ເຂດແດນ ຫລືແມ່ນການ ກ່າຍແບບສຽງເພງ ທີ່ໄດ້ຍິນຈາກ ມະນຸດ ກໍເປັນໄດ້.
ຊະນີໂຕຜູ້ ຊຶ່ງເປັນ ສາຍພັນໃໝ່ ຈະມີຕົນໂຕ ຫຸ້ມຫໍ່ ດ້ວຍຂົນສີດຳ ແລະຈະປ່ຽນເປັນ ສີເງິນ ເມື່ອຖືກແສງຕາເວັນ. ສ່ວນໜ້າເອິກ ຈະເປັນສີນ້ຳຕານ ອ່ອນໆ ແລະ ແກ້ມຈະເປັນສີ ໝາກກ້ຽງ ເຂັ້ມປົນສີຄຳ. ສ່ວນໂຕແມ່ ຈະມີຂົນເປັນ ສີສົ້ມ ປົນສີນ້ຳຕານ ໝົດໂຕ.
ຊະນີຈະພົບ ເຫັນຢູ່ ລາວ ວຽດນາມ ກໍາພູຊາ ແລະ ທາງພາກໃຕ້ຂອງຈີນ ເທົ່ານັ້ນ. ນັກວິທຍາສາດ ຄາດວ່າມີ ຊະນີທັງໝົດ 6 ຊນິດ ແລະສາຍພັນ ທີ່ພົບພໍ້ໃໝ່ ກໍເປັນທີ 7.
ສູນກາງຄົ້ນຄວ້າ ພັນສັດປ່າ ຫາຍາກ ຈາກປະເທດ ເຢັຽຣະມັນ ວ່າຊະນີ ເກືອບສູນພັນ ໄປແລ້ວ ຍ້ອນການ ລ່າສັດ ທີ່ຜິດກົດໝາຍ. ສ່ວນໃຫຍ່ຊະນີ ຈະຖືກເກັບຮັກສາ ໄວ້ເປັນສັດລ້ຽງ, ກິນເປັນອາຫານ ຫລື ປຸງແຕ່ງເປັນຢາ ພື້ນເມືອງ.