ປະຊາຣາສດອນ ຂໍໃຫ້ສໍາຣວດ ຊັພຍາກອນສັຕນໍ້າ

ປະຊາຊົນຮຽກຮ້ອງ ໃຫ້ສໍາຣວຈ ກາຣປ່ຽນແປງ ຊັພຍາກອນສັຕນໍ້າ ໃນໂຄງກາຣສ້າງເຂື່ອນ ຢ່າງຮອບຄອບ.
ຫວາດ ສີມູນ
2010.03.23

ຊາວລາວ ແຂວງອັຕຕະປື ມີຄວາມເປັນຫ່ວງ ນຳຜົລກະທົບ ຈາກໂຄງກາຣສ້າງ ເຂື່ອນໄຟຟ້າ ຈຶ່ງໄດ້ຮຽກຮ້ອງ ໃຫ້ມີກາຣສຳຣວຈ ສະພາບກາຣປ່ຽນແປງ ຊັພຍາກອນ ສັຕນ້ຳ ຢ່າງຮອບຄອບ ເພາະເຫັນວ່າມີ ຄວາມສຳຄັນ ໃນກາຣດຳຣົງຊີວີຕ ຂອງປະຊາຊົນ ຜູ້ທຸກຂ໌ຈົນ ທີ່ຕ້ອງອາສັຍ ກາຣຫາປາມາ ເປັນອາຫາຣ ດັ່ງທ່ານຄຳພັດ ຈາກເມືອງສນາມໄຊ ແຂວງອັຕຕະປື ໄດ້ ກ່າວວ່າ:

“ສ້າງເຂື່ອນໄຟຟ້າ ຕ່າງໆນີ້ ເຮົາຄວນສຶກສາ ເບື້ອງກາຣອະນຸຮັກ ຊັພຍາກອນສັຕນ້ຳ ສົມທົບກັນເນາະ ເພາະວ່າພາຄສ່ວນ ທັງ 2 ພາຄສ່ວນ ລ້ວນແລ້ວແຕ່ມີ ປະໂຍຊນ໌ ຊຶ່ງກັນແລະກັນ ໃຫ້ແກ່ ພໍ່ແມ່ປະຊາຊົນ ແລະ ກາຣພັທນາ ສັງຄົມ”.

ພ້ອມດຽວກັນນີ້ ທ່ານກໍວ່າ ກາຣທີ່ທາງກາຣລາວ ກຳລັງດຳເນີນ ກາຣສຶກສາ ເພື່ອພັທນາເຂື່ອນໄຟຟ້າ ຈຳນວນ ຫລວງຫລາຍນັ້ນ ກໍຍ້ອນວ່າ ເມືອງລາວມີ ພູມີພາຄ ແລະຊັພຍາກອນ ທັມມະຊາຕເໝາະສົມ ດ້ານກາຣຜລິດພລັງ ໄຟຟ້ານ້ຳຕົກ ຊຶ່ງກໍເປັນແຫລ່ງ ຣາຍໄດ້ທີ່ສຳຄັນ ຂອງປະເທສໃນ ອະນາຄົຕ.

ແຕ່ໃນຂະນະດຽວກັນ ກໍຍັງມີ ປະຊາຊົນທີ່ ທຸກຂ໌ຈົນ ພາຍໃນແຂວງຢ່າງ ຫລວງຫລາຍເຊັ່ນກັນ ໂດຽສະເພາະຕາມ ເຂຕຊົນນະບົທ ທີ່ຕ້ອງໄດ້ ອາສັຍສັຕນ້ຳ ທີ່ມີຢູ່ຕາມ ແມ່ນ້ຳລຳທານ ຫ້ວຍໜອງ ຄອງບຶງຕ່າງໆ ເປັນອາຫາຣຫລັກ ເພື່ອລ້ຽງຄອບຄົວ ປະຈຳວັນ ແລະໃນເມື່ອມີກາຣ ສ້າງເຂື່ອນໃສ່ ແມ່ນ້ຳແລ້ວ ກໍຍິ່ງຈະໄດ້ຮັບ ຄວາມລຳບາກ ຕື່ມອີກ ຊຶ່ງປັຈຈຸບັນນີ້ ກໍປະສົບກັບ ບັນຫາ ຈາກຜົລກະທົບ ຍ້ອນໂຄງກາຣ ຂຸດຄົ້ນບໍ່ແຮ່ທາຕ ຕ່າງໆນັ້ນຢູ່ແລ້ວ:

“ກາຣຂຸຄຄົ້ນແຮ່ຊາຍ ຫລືຮ່ອນຄຳ ໂຕຢ່າງຄືຢູ່ ສາຍນ້ຳເຊກອງ ທີ່ຂ້າພະເຈົ້າໄດ້ເຫັນ ເປັນຜົລກະທົບ ກະເຮັດໃຫ້ນ້ຳ ເປື້ອນບໍ ເປັນຂຸມ ບົກແຫ້ງຕ່າງໆ ກາຣສັນຈອນໄປ-ມາ ທຳມາຫາກິນຂອງ ປະຊາຊົນ ກໍບໍ່ສະດວກ”.

ນອກຈາກນັ້ນ ທ່ານຄຳພັດ ກໍວ່າ ພາຄສ່ວນກ່ຽວຂ້ອງ ທີ່ຮັບຜິດຊອບ ວຽກງານກາຣອະນຸຮັກ ສິ່ງແວດລ້ອມ ຄວນຈະເອົາໃຈໃສ່ ໃນບັນຫາ ດັ່ງກ່າວ ໂດຽສະເພາະ ຄວນຈະສຶກສາ ຫາຂໍ້ມູລຕົວຈິງ ຂອງສະພາບ ຊັພຍາກອນສັຕນ້ຳ ເປັນກາຣຕຣຽມ ເພື່ອວາງແຜນແກ້ໄຂບັນຫາ ທີ່ປະຊາຊົນ ຈະໄດ້ຮັບຈາກ ຜົລກະທົບກະເທືອນ ຍ້ອນໂຄງກາຣ ສ້າງເຂື່ອນໄຟຟ້າ ດັ່ງກ່າວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.