ນັກລົງທືນຈີນ ເລັ່ງຂຸດເກືອກາລີ

ນັກລົງທືນ ຈາກປະເທດຈີນ ເລັ່ງເວລາ ການຂຸດຄົ້ນ ເກືອກາລີ ໃນແຂວງ ຄໍາມ່ວນ.
ສົມເນ
2010.08.20

ປັດຈຸບັນນີ້ ບໍຣິສັດ ຈາກ ປະເທດຈີນ ໄດ້ເລັ່ງເວລາ ເພື່ອຂຸດຄົ້ນ ເກືອກາລີ ໃນແຂວງຄໍາມ່ວນ. ຫລັງຈາກ ທາງການໄດ້ ແກ້ໄຂບັນຫາ ເຣື້ອງຈ່າຍຄ່າ ຊົດເຊີຍທີ່ດິນ ທີ່ຂັດແຍ້ງ ກັບປະຊາຊົນ ທີ່ໄດ້ຮັບ ຄວາມເສັຽຫາຍ ຈາກໂຄງການ ຂຸດຄົ້ນດັ່ງກ່າວ. 

ໂຄງການຂຸດຄົ້ນ ເກືອກາລີ ໂຄງການນີ້ ໄດ້ຊັກຊ້າໄປ ຫລາຍເດືອນແລ້ວ ຍ້ອນວ່າ ປະຊາຊົນ ບໍ່ຍອມໂຍກຍ້າຍ ອອກໂດຍທີ່ບໍ່ ໄດ້ຮັບຄ່າຊົດເຊີຽ ທີ່ເຫັນວ່າ ເປັນທັມ. ເຈົ້າໜ້າທີ່ ພະລັງງານ ບໍ່ແຮ່ ແຂວງຄໍາມ່ວນ ເວົ້າວ່າ:

"ດຽວນີ້ເຂົາ ຊີ່ຂຸດແລ້ວ ເຂົາກໍວ່າ ປະມານທ້າຍປີ 2009  ກ່າຄິດວ່າຕ້ອງ ໄດ້ຂຸດຄົ້ນ ຕາມແຜນເຄົ້າ ແຕ່ວ່າມັນ ກໍຍັງເຮັດ ບໍ່ຄ່ອຍໄດ້ຢູ່ ດຽວນີ້".

ບໍຣິສັດ ຈາຊີ ຈາກປະເທດຈີນ ເປັນນື່ງໃນ 3 ບໍຣິສັດ ທີ່ໄດ້ຮັບ ສັມປະທານ ຈາກຣັຖບານລາວ ເພື່ອຊອກຫາ ເກືອກາລີ ຢູ່ໃນເຂດ ເມືອງທ່າແຂກ ແລະ ເມືອງໜອງບົກ. ບໍຣິສັດນີ້ ໄດ້ຮັບ ອະນຸຍາດ ໃຫ້ສືກສາ ຄວາມເປັນໄປໄດ້ ເມື່ອປີ 2007 ແລະ ກໍານົດຂຸດຄົ້ນ ໃນທ້າຍປີ 2009 ແຕ່ກໍບໍ່ສາມາດ ເລີ້ມລົງມືໄດ້ ຍ້ອນວ່າ ປະຊາຊົນ ໃນເຂດນັ້ນ ຕ້ອງການຄ່າ ຊົດເຊີຽທີ່ດິນ ແມັດກາເຣນື່ງ 6,000 ກີບ. ສ່ວນທາງ ບໍຣິສັດ ສາມາດຈ່າຍໃຫ້ ແມັດກາເຣ ນື່ງ ລະຫ່ວາງ 1,000 ຫາ 3,600 ກີບ. ດຽວນີ້ ປະຊາຊົນ ຈໍານວນນື່ງ ຍັງບໍ່ຍອມ ຍ້າຍອອກ:

"ມີມີ ດຽວນີ້ ກໍບໍ່ທັນໄດ້ຍ້າຍ ໄດ້ຫຍັງເທື່ອ ຖືວ່າຍັງຢູ່ ໃນຂັ້ນຕອນ ທົດລອງ ກໍຄ່ອຍ ຊົດເຊີຽໄປ ຄືດິນໄຮ່ດິນນາ ຂອງໃຜ ກໍຄ່ອຍຂຸດໄປ ຄ່ອຍຊົດເຊີຽໄປ ແຕ່ມັນກໍຢາກ ຍາກແດ່ນ້ອຍນື່ງ".

ປັດຈຸບັນນີ້ ຫນ່ວຍງານກ່ຽວຂ້ອງ ຂອງຣັຖ ກໍພຍາຍາມ ເລັ່ງລັດການ ໄກ່ເກັ່ຽບັນຫາ ທີ່ປະຊາຊົນ ບໍ່ພໍໃຈ ພ້ອມທັງຍູ້ໃຫ້ ມີການເປີດເຜີຽ ລາຍງານການວິເຄາະ ຜົນກະທົບ ດ້ານສິ່ງແວດລ້ອມ ເສຖກິດ ແລະສັງຄົມ ຈາກເຈົ້າຂອງ ໂຄງການນີ້. ການຂຸດຄົ້ນເອົາ ເກືອກາລີ ນີ້ ອາດຈະຕ້ອງ ເຈາະອຸໂມງ ລົງພື້ນດິນ ປະມານ 200-300 ແມັດ ເພື່ອຈະສາມາດ ໃຊ້ຣົຖເຂົ້າໄປ ລໍາລຽງເອົາ ແຮ່ທາດ ເກືອກາລີ ດັ່ງກ່າວ.

ການຂຸດຄົ້ນ ເກືອກາລີ ນີ້ມີຄວາມສ່ຽງ ເຮັດໃຫ້ ສະພາບແວດລ້ອມ ເຊື່ອມເສັຽ ຄຸນນະພາບ ຖ້າຫາກວ່າ ບໍ່ມີການ ບັງຄັບລະບຽບ ສິ່ງແວດລ້ອມ ຢ່າງແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.