ເຈົ້າໜ້າທີ່ກົມປ່າໄມ້ ຖືກເຕືອນໃຫ້ມີສະຕິ ແລະ ຈັນຍາບັນ
2009.10.26
ທີ່ຜ່ານມາ ມີການລັກລອບ ຕັດໄມ້ທຳລາຍປ່າ ແລະ ລັກລອບຄ້າ ສັດປ່າຫາຍາກ ຢ່າງຫລວງຫລາຍ ຍ້ອນຄວາມເຫັນແກ່ ປະໂຫຍດສ່ວນຕົວ ແລະ ຄວາມບົກຜ່ອງ ຕໍ່ໜ້າທີ່ຂອງ ພນັກງານ. ດັ່ງທ່ານທອງພັດ ວົງມະນີ ຮອງຫົວໜ້າ ກົມກວດກາປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ:
"ເພື່ອເຮັດໃຫ້ ວຽກງານ ການກວດກາປ່າໄມ້ ນີ້ມີຄວາມເຂັ້ມແຂງ ຂ້າພະເຈົ້າຄິດວ່າ ໃນຕໍ່ໄປ ຈະສຸມໃຊ້ ເຣື້ອງການຮັກຫວງແຫນ ຊັພຍາກອນປ່າໄມ້ ໂດຍສະເພາະ ແມ່ນເຈົ້າໜ້າທີ່ ປ່າໄມ້ພວກເຮົາ ບໍ່ແມ່ນສິໄປ ແລ່ນນຳແຕ່ເຣື້ອງ ຜົນປະໂຫຍດຕ່າງໆ."
ທ່ານໄດ້ເວົ້າອີກວ່າ ທີ່ຜ່ານມາທາງ ກົມກວດກາປ່າໄມ້ ກໍໄດ້ເຮັດວຽກການ ຢ່າງຈິງຈັງ ໃນການກວດກາ ການລັກລອບຕັດໄມ້ ທຳລາຍປ່າ ການຂົນໄມ້ ໄປເຂດອື່ນ ໂດຍບໍ່ໄດ້ຮັບ ອະນຸຍາດ ແລະ ການລັກລອບຄ້າສັດ ປ່າຫາຍາກ ແຕ່ບັນຫາ ກໍຍັງເກີດມີ ຢູ່ໃນ ປັດຈຸບັນນີ້ ແລະ ຄາດວ່າຈະເຮັດ ໃຫ້ບັນຫາດັ່ງກ່າວ ໝົດລົງໄປຢ່າງ ສີ້ນເຊີງນັ້ນຄົງ ຈະເປັນໄປບໍ່ໄດ້ ຍ້ອນວ່າໃນແຕ່ ລະທ້ອງຖິ່ນກໍມີ ກຸ່ມຄົນທີ່ບໍ່ດີ ຢູ່ຫລາຍ ເກີນກຳລັງຂອງ ເຈົ້າໜ້າທີ່ ໃນການກວດກາ ຈັບກຸມ.
ທ່ານເວົ້າໃນຕອນ ທ້າຍວ່າ ນອກຈາກການສເນີ ນະໂຍບາຍ ໃຫ້ພນັກງານ ກວດກາປ່າໄມ້ ມີສະຕິແລະ ຈັນຍາບັນ ຕໍ່ວຽກການ ຍັງຕ້ອງມີການ ຮ່ວມມືເອົາໃຈໃສ່ ແລະ ການປະສານງານ ກັບອຳນາດປົກຄອງ ທ້ອງຖິ່ນທຸກຂັ້ນ ຕອນເພີ້ມຂື້ນ ເພື່ອຊ່ອຍກັນ ລາດຕະເວນ ກວດກາຈັບກຸມ ຜູ້ທີ່ລະເມີດ ກົດໝາຍ ບຸກລຸກທຳລາຍ ພື້ນທີ່ປ່າ ແລະ ລັກລອບຄ້າສັດປ່າ ຫາຍາກ ຫາກຂາດປັດໃຈ ທັງໝົດນີ້ ການເຊື່ອມເສັຍ ກໍຈະຕົກເປັນ ຂອງປະຊາຊົນ ຊາວບ້ານ ແລະຊາດ.