ການສໍາຣວດນໍ້າມັນ ໃນແຂວງສາຣະວັນ

ບໍຣິສັດ salamander ທີ່ສໍາຣວດ ນໍ້າມັນ ໃນແຂວງ ສາຣະວັນ ລະຍະນື່ງ ແລະ 2 ຍັງບໍ່ໄດ້ ແຈ້ງຂໍ້ມູນ ຜົນສໍາຣວດ ໃຫ້ທາງການ ແຂວງຮູ້ເທື່ອ.

0:00 / 0:00

ບໍຣິສັດ ເອກກະຊົນ ທີ່ສໍາຣວດ ນໍ້າມັນ ໃນແຂວງ ສາຣະວັນ ລະຍະ 2 ຍັງບໍ່ໄດ້ ແຈ້ງຂໍ້ມູນ ຜົນຂອງການ ສໍາຣວດຢ່າງ ເປັນທາງການ ໃຫ້ຜແນກ ພະລັງງານ ແລະບໍ່ແຮ່ ຊາບເທື່ອວ່າ ມີນໍ້າມັນ ແລະ ແກສ ທັມມະຊາດ ຢູ່ໃນເຂດນັ້ນ ຫລາຍປານໃດ ຫລັງຈາກການ ສໍາຣວດ ໄດ້ສີ້ນສຸດ ລົງແລ້ວ ເມື່ອປະມານ ທ້າຍເດືອນ 6 ຜ່ານມານີ້ ດັ່ງເຈົ້າໜ້າທີ່ ພະລັງງານ ແລະບໍ່ແຮ່ ປະຈໍາແຂວງ ໄດ້ກ່າວ:

"ປີກາຍນີ້ ເຂົາກໍເຮັດ ແລະປີນີ້ເຂົາ ກໍເຮັດຄືນອີກ. ເພີ່ນຫາກໍແລ້ວ ເມື່ອວັນທີ 30 ເດືອນ 6. ຜົນກໍຍັງ ບໍ່ທັນຮູ້ ເພິ່ນບໍ່ທັນໄດ້ ເຮັດລາຍງານ ຢ່າງເປັນ ທາງການ ເພິ່ນຍັງ ວິເຄາະ ຂໍ້ມູນກັນຢູ່".

ບໍຣິສັດ Salamander Energy group ຊື່ງເປັນ ບໍຣິສັດ ນໍ້າມັນຈາກ ປະເທດ ອັງກິດ ຮ່ວມກັບ ບໍຣິສັດ ໜອງຊື່ນ ຈະເຣີນພັທນາ ຂອງລາວ ໄດ້ຮັບ ອະນຸຍາດ
ໃຫ້ສໍາຣວດ ຫານໍ້າມັນ ຢູ່ໃນເຂດ ເມືອງ ລະຄອນເພັງ ແຂວງສາຣະວັນ ນັບແຕ່ປີ 2007 ເປັນຕົ້ນມາ ແລະຕໍ່ເວລາ ຊອກຄົ້ນ ຕື່ມອີກເປັນ 10 ປີ. ບໍຣິສັດ ດັ່ງກ່າວ ໄດ້ເລີ້ມເຈາະ ຮູທົດລອງ ເທື່ອທໍາອິດ ເມື່ອປີ 2009 ແລະ ໄດ້ສໍາຣວດ ລະຍະສອງ ອີກຊື່ງຫາ ກໍແລ້ວ ເມື່ອທ້າຍເດືອນ 6 ຜ່ານມານີ້.

ເຈົ້າໜ້າທີ່ ປະຈໍາແຂວງ ວ່າຍັງບໍ່ທັນ ໄດ້ຮັບລາຍງານ ຜົນຂອງການ ຊອກຄົ້ນຫາ ນໍ້າມັນ ທັງສອງຄັ້ງເທື່ອ ຈື່ງບໍ່ຮູ້ວ່າ ຈະມີນໍ້າມັນ ແລະແກສ ທັມມະຊາດ ຫລາຍປານໃດ ຢູ່ໃນເຂດນັ້ນ.