ຜົ້ງສາລີຕ້ອງບຸກເບີກ ບ່ອນຢູ່ໃຫ້ປະຊາຊົນ
2010.04.13
ແຂວງຜົ້ງສາລີ ໄດ້ຂໍອະນຸມັດ ໂຄຕ້າຕັດໄມ້ ຕື່ມຈາກຣັຖບານ ເພື່ອໃຫ້ ບໍຣິສັດຈີນ ເຂົ້າມາຕັດໄມ້ ຕາມໂຄຕ້າຂອງ ປະຊາຊົນ ເພື່ອບຸກເບີກບ່ອນ ຢູ່ໃໝ່ໃຫ້ ປະຊາຊົນ ໃນເມືອງບຸນໃຕ້ ໄດ້ໄປປຸກສ້າງ ບ້ານເຮືອນ ເຖິງວ່າ ຣັຖບານລາວ ຈະໄດ້ປະກາດ ບໍ່ໃຫ້ຕັດໄມ້ ແລ້ວກໍຕາມ.
ທາງບໍຣິສັດຈີນ ຍັງສາມາດຕັດໄມ້ ຕໍ່ໄປເລື້ອຍໆ ໂດຍອ້າງວ່າ ເພື່ອແບ່ງສັນປັນສ່ວນ ແລະ ບຸກເບີກພື້ນທີ່ ໃຫ້ປະຊາຊົນ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງແຂວງ ຜົ້ງສາລີ ເວົ້າວ່າ:
"ຕັດໄມ້ອັນນີ້ ຢູ່ໃນເຂດຜລິດ ຂອງປະຊາຊົນ ເຂດຈັນສັນໃຫ້ ປະຊາຊົນ ຜລິດ ຕົວນີ້ຈາກຈີນ ເຂົ້າມາຕັດ ຢູ່ໃນນີ້ມັນ ເປັນເຂດຈັດສັນ ໃຫ້ປະຊາຊົນ ມາຕັ້ງບ້ານ ຂອງປະຊາຊົນ ແລະທາງແຂວງ ເພິ່ນຂໍໂຄຕ້າໄມ້ ຈາກຣັຖບານ ແລະກໍໃຫ້ຕັດ".
ເຈົ້າໜ້າທີ່ເວົ້າ ຕໍ່ວ່າ ການກະທຳດັ່ງກ່າວ ຂອງບໍຣິສັດຈີນ ບໍ່ໄດ້ຖືວ່າ ເປັນການ ບຸກລຸກພື້ນທີ່ ປ່າໄມ້ແຕ່ຢ່າງໃດ ຍ້ອນວ່າເປັນເຂດ ພື້ນທີ່ ທີ່ຢູ່ອາສັຍ ບ່ອນໃໝ່ຂອງ ປະຊາຊົນ ທີ່ເຄີຍມີອາຊີບ ຖາງປ່າເຮັດ ໄຮ່ ແລະໄດ້ຍ້າຍຖິ່ນຖານ ເຂົ້າມາຢູ່ໃໝ່ ເພື່ອປູກຕົ້ນ ຢາງພາລາ ແລະທາງແຂວງກໍໄດ້ ຮັບອະນຸມັດ ໂຄຕ້າຕັດໄມ້ ຈາກ ຣັຖບານແລ້ວ.
ເຈົ້າໜ້າທີ່ເວົ້າ ມ້ວນທ້າຍວ່າ ການຕັດໄມ້ ຢູ່ເຂດເມືອງບຸນໃຕ້ ກໍມີຢູ່ເລື້ອຍໆ ຊຶ່ງຈຳນວນທີ່ ຖືກຕັດແລະເອົາ ມາກອງໄວ້ຢູ່ ແຄມທາງກໍມີ ປະມານ 400 ຫາ 500 ທ່ອນ ແລະເຈົ້າໜ້າທີ່ ກໍຍັງສັງເກດວ່າ ຈຳນວນໄມ້ທີ່ ຖືກຕັດມີຫລາຍ ຂື້ນເລື້ອຍໆ ແລະ ຫາກບໍ່ຜ່ອນລົງ ໄມ້ໃນຂົງເຂດ ນີ້ຄົງຈະໝົດໄປ ໃນອະນາຄົດ.