ອິນໂດເນເຊັຍ ຈະຢຸດຕັດໄມ້ສອງປີ

ອິນໂດເນເຊັຍ ຈະຢຸດການ ຕັດໄມ້ ທໍາຣາຍປ່າ ເປັນເວລາສອງປີ -ຕາມຣາຍງານ ຂ່າວ AFP.
ມະນີຈັນ
2010.05.27

ປະທານາທິບໍດີ Susilo Bambang Yudhoyono ກ່າວຕໍ່ກອງ ປະຊຸມຂ່າວ ຮ່ວມກັບ ນາຍົກຣັຖມົນຕຣີ ປະເທດນໍເວ –Jens Stoltenberg ນຶ່ງວັນ ກ່ອນໜ້າກອງ ປະຊຸມນາໆຊາດ ກ່ຽວກັບບັນຫາ ການທໍາຣາຍປ່າໄມ້ ທີ່ມີຂຶ້ນຢູ່ກຸງ Oslo ວ່າອິນໂດເນເຊັຽ ຈະຢຸດການຕັດໄມ້ ຊຶ່ງເປັນແຫລ່ງທີ່ມາ ຂອງຣາຍໄດ້ທີ່ ສໍາຄັນຂອງ ອິນໂດເນເຊັຽ ແລະມີສ່ວນເຮັດໃຫ້ ເກີດພາວະໂລກຮ້ອນ ນັ້ນສອງປີ. ການຕັດສິນໃຈ ດັ່ງກ່າວ ເປັນສ່ວນນຶ່ງ ຂອງຂໍ້ຕົກລົງ ທີ່ບັນລຸໄດ້ກັບ Norway ຜູ້ຮັບປາກວ່າ ຈະຊ່ວຍ 1 ພັນລ້ານໂດລາ ເພື່ອໃຫ້ ອິນໂດເນເຊັຽ ຮັກສາປ່າໄມ້.

ພ້ອມໆກັບປະເທດ ບຣາຊີລ ອິນໂດເນເຊັຽ ມີປ່າໄມ້ເຂດຮ້ອນ ຫລາຍທີ່ສຸດຂອງໂລກ  ແລະກໍມີການ ທໍາລາຍປ່າໄມ້ ໃນສ່ວນທີ່ຫລາຍ ຂອງໂລກ ໃນເວລາດຽວກັນ ໂດຍສະເພາະ ໃນເກາະ ຊູມາຕຣາ ແລະເກາະ ບໍນຽວ. ກຸ່ມພິທັກສິ່ງ ແວດລ້ອມ ຕ່າງກໍຈັບຕາເບິ່ງ ບັນດາຜູ້ປູກປ່າ ໝາກນໍ້າມັນ Palm.

ກຸ່ມສະພາບແວດລ້ອມ Greenpeace ເວົ້າວ່າ ມີປ່າໄມ້ໃນ ເນື້ອທີ່ ສໍ່າເດີນເຕະບານ 300 ເດີ່ນ ຖືກກໍາຈັດໄປ ໃນແຕ່ລະ 1 ຊົ່ວໂມງ ຢູ່ອິນໂດເນເຊັຽ ແລະພ້ອມໆ ກັບມາເລເຊັຽ ກໍຜລິດນໍ້າມັນປາມ ທີ່ໃຊ້ຜລິດ ເຄື່ອງສໍາອາງ ອາຫານ ນໍ້າມັນ ແລະອື່ນໆ ເຖິງ 80 ສ່ວນຮ້ອຍຂອງ ຂອງໂລກ. ຄູ່ເຈຣະຈາ Norway ເວົ້າວ່າ ການຍົກເລີກການ ຕັດໄມ້ນັ້ນ ມີຜົລບັງຄັບໃຊ້ ໃນທັນທີ.

ນໍເວ ຈະເລີ່ມໃຫ້ການ ສນັບສນູນ ຄວາມພຍາຍາມ ຂອງ ອິນໂດເນເຊັຽ ຕັ້ງ ກົລໄກຄວບຄຸມ ເພື່ອຊ່ວຍໃນການ ຕໍ່ຕ້ານການ ທໍາຣາຍປ່າໄມ້. ນາຍົກຣັຖມົນຕຣີ ນໍເວ ກ່າວຕໍ່ກອງ ປະຊຸມຂ່າວຮ່ວມວ່າ ຖ້າການທໍາຣາຍ ປ່າໄມ້ ຢູ່ອິນໂດເນເຊັຽ ບໍ່ລຸດລົງ ກໍຈະບໍ່ມີການ ເບີກຈ່າຍ ງົບປະມານ ນັ້ນໃຫ້.

ນໍເວຜູ້ມີຄວາມ ອຸດົມສົມບູນ ໃນບໍ່ນໍ້າມັນແລະອາຍ gas ໄດ້ເຊັນຂໍ້ຕົກລົງທີ່ ຄ້າຍໆກັນນັ້ນ ກັບ ປະເທດ ບຣາຊີລ ແລະ ກູຢານາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.