ທາງການລາວຍັງມີ ໂຄຕ້າໃຫ້ຕັດໄມ້
2010.05.27
ປັດຈຸບັນນີ້ ຣັຖບານລາວ ຍັງມີໂຄຕ້າ ໃຫ້ຕັດໄມ້ຢູ່ ເພື່ອການພັທນາ ໂຄງການຕ່າງໆ ໃນແຕ່ລະແຂວງ ແລະທາງຣັຖບານ ກໍຍັງຫ້າມ ຖາງປ່າຕັດໄມ້ ເພື່ອເຮັດໄຮ່ ດັ່ງທີ່ເຄີຍ ປະຕິບັດມາ. ສຳລັບໂຄຕ້າ ທີ່ອະນຸມັດ ໃຫ້ໂຄງການຕ່າງໆນັ້ນ ກໍຈະມີກຳນົດ ປະເພດປ່າທີ່ ຈະຖາງໄດ້. ເຈົ້າໜ້າທີ່ກອງ ອະນຸຮັກປ່າໄມ້ ກົມປ່າໄມ້ ກະຊວງ ກະສິກັມ ແລະປ່າໄມ້ ຈາກນະຄອນຫລວງ ວຽງຈັນ ອະທິບາຍວ່າ:
"ໄມ້ນີ້ກໍຍັງມີ ໂຄຕ້າ ປະຈຳປີ ໃຫ້ຕັດຢູ່ໃນ ຂອບເຂດ ໂຄງການແບບ ເຂື່ອນໄຟຟ້າບໍ ໂຄງການ ຊົລປະທານບໍ ເຮັດເສັ້ນທາງໃໝ່ໆ ສະນັ້ນກໍພຍາຍາມ ປິດປ່າເປັນແຕ່ ລະແຂວງ ເພື່ອໃຫ້ຍຸຕິການ ຖາງປ່າເຮັດໄຮ່".
ເຈົ້າໜ້າທີ່ເວົ້າ ຕໍ່ໄປວ່າ ເມື່ອໂຄງການພັທນາ ຕ່າງໆໃນແຕ່ ລະແຂວງເກີດຂື້ນ ພ້ອມດຽວກັນ ທາງການກໍໄດ້ ຈັດຫາອາຊີບ ຍືນຍົງໃຫ້ ແກ່ປະຊາຊົນ ຜູ້ທີ່ໄດ້ຮັບການ ກະທົບຈາກ ໂຄງການພັທນາ ດັ່ງກ່າວ ເພື່ອກັນບໍ່ໃຫ້ ພວກຂະເຈົ້າ ຖາງປ່າເຮັດໄຮ່.
ປ່າໄມ້ໃນ ສປປລາວ ມີ 3 ປະເພດຄື ປ່າສງວນ, ປ່າປ້ອງກັນ ແລະ ປ່າຜລິດ, ຊຶ່ງການກຳນົດ ພື້ນທີ່ ແລະປະເພດຂອງ ປ່າໄມ້ທີ່ສາມາດ ຕັດໄດ້ກໍມີ ແຕ່ປ່າຜລິດ. ດັ່ງເຈົ້າໜ້າທີ່ ເວົ້າອີກວ່າ:
"ເຂດໃດທີ່ເພິ່ນ ຈະອອກໂຄຕ້າ ໃຫ້ໄດ້ ປ່າຜລິດນີ້ ແຂວງໃດທີ່ວ່າ ຈັດສັນປ່າຜລິດໄດ້ ຈຶ່ງມີໂຄຕ້າໃຫ້ ແຕ່ວ່າຕັດຮອບເດືອນ ເພາະວ່ານີ້ມັນ ໂຄງການຊັບພອດ ເພິ່ນຈະມີການ ຈັດສັນ ມີການສຳຣວດ ວາງແຜນລະອຽດ ແລະຈະຕັດປີນຶ່ງ ເທົ່າໃດໃນ ຂອບເຂດ".
ເຈົ້າໜ້າທີ່ເວົ້າ ສລຸບວ່າສຳລັບ ການຕັດໄມ້ທົ່ວໆໄປ ໃນເຂດທີ່ຈຳເປັນ ເຊັ່ນການຕັດໄມ້ ເພື່ອປ້ອງກັນ ນ້ຳຖ້ວມ ຫລືຕັດໄມ້ເພື່ອ ບໍ່ໃຫ້ເປັນສິ່ງ ກີດຂວາງການ ກໍ່ສ້າງ ຈະມີການ ອະນຸຍາດໃຫ້ ເປັນກໍຣະນີ ພິເສດ ແລະການ ອະນຸຍາດ ກໍຈະຜ່ານຂັ້ນ ຕອນຕ່າງໆ.