ລາວຈະເລີ້ມຕັດໄມ້ ໃນຕົ້ນປີ 2011

ຣັຖບານລາວ ຈະອະນຸຍາດໃຫ້ ເລີ້ມຕັດໄມ້ໄດ້ ນັບແຕ່ເດືອນ ມົກກະຣາ 2011 ໂດຍສະເພາະ ຜູ້ທີ່ມີ ໂຄຕາ ແລະ ໄມ້ຈາກປ່າ ຜລິດເທົ່ານັ້ນ.
ໂພໄຊສວັດ
2010.10.08

ກົດຟັງສຽງ

ທຸຣະກິດ ແລະບໍຣິສັດ ທີ່ໄດ້ຮັບສຳປະທານ ຈາກຮັຖບານ ຈະເລີ້ມຕັດໄມ້ໄດ້ອີກ ໃນຕົ້ນເດືອນ ມົກກະຣາ 2011, ແຕ່ສະເພາະຜູ້ທີ່ມີ ໂຄຕາແລ້ວເທົ່ານັ້ນ. ທາງການລາວ ບໍ່ອະນຸຍາດ ໃຫ້ຕັດໄມ້ ໃນລະດູຝົນ ເພື່ອປ້ອງກັນສັດປ່າ ແລະ ສິ່ງແວດລ້ອມ. ດັ່ງເຈົ້າໜ້າທີ່ຜແນກປ່າຜລິດ ແລະ ທຸຣະກິດໄມ້ ກົມປ່າໄມ້ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ:

"ການເປີດປ່າ ຫລືອະນຸຍາດ ໃຫ້ຕັດໄມ້ໃນປ່າ ໄດ້ຕ້ອງແມ່ນເດືອນ 1 ວັນທີ 1  ອະນຸຍາດ ໃຫ້ຕັດໄດ້ຜູ້ທີ່ມີໂຄຕາ ກໍໄປຕັດ ເປີດປ່າໝາຍຄວາມວ່າ ເຂົາມີໂຄຕາແລ້ວ ອະນຸຍາດ ໃຫ້ເຂົ້າໄປຕັດໄດ້ ໃຜບໍ່ມີກໍເຂົ້າບໍ່ໄດ້".

ເຈົ້າໜ້າທີ່ເວົ້າອີກວ່າ ສຳລັບການ ອະນຸຍາດ ໃຫ້ຕັດໄມ້ໄດ້ນີ້ ແມ່ນສຳລັບພື້ນທີ່ ປ່າທີ່ມີໄມ້ຜລິດ ຫລືໄມ້ທີ່ທາງ ບໍລິສັດປູກເອງ ເທົ່ານັ້ນ. ນອກຈາກນີ້ກໍຈະມີ ໃບອະນຸຍາດ ຢູ່ກ່ອນແລ້ວ ຫລືໄດ້ຮັບໂຄຕາ ຈາກທາງຣັຖບານແລ້ວ ໃຫ້ຕັດໄມ້ ແລະຊື້ໄມ້ໄດ້.

ສ່ວນຄຳສັ່ງຫ້າມບໍ່ໃຫ້ ຂຸດຄົ້ນຕັດໄມ້ ໃນລະດູຝົນ ກໍເພື່ອປ້ອງກັນ ບໍ່ໃຫ້ຊາວບ້ານ ກຸ່ມທຸຣະກິດ ແລະບໍລິສັດ ເຂົ້າໄປບຸກລຸກ ທຳລາຍປ່າ ຍ້ອນວ່າລະດູຝົນ ເປັນ ລະຍະເວລາ ຂອງສັດປ່າ ແລະພືດພັນ ມີການຈເຣີນເຕີບໂຕ ແລະເປັນເວລາທີ່ ຜົນຜລິດອາຫານການກິນ ຈາກປ່າທັມມະຊາດ ທີ່ຈະອຸດົມສົມບູນ. ເຈົ້າໜ້າທີ່ເວົ້າອີກວ່າ:

"ຣັຖບານ ບໍ່ອະນຸຍາດ ໃຫ້ຕັດໄມ້ ໃນລະດູຝົນ ບໍ່ໃຫ້ເຂົ້າໄປທຳລາຍ ຢ້ານສັດປ່າ ແພ່ພັນບໍໄດ້ ຢ້ານກົກໄມ້ ຈະບໍ່ໃຫຍ່ສູງ ລະດູນີ້ບໍ່ໃຫ້ ຕັດແຕ່ວ່າ ຂົນລຳລຽງໄດ້ ໂດຍສະເພາະໄມ້ ຢູ່ໃນເຂດ 2, ສ່ວນໄມ້ຢູ່ໃນເຂດ 1 ກໍບໍ່ໃຫ້ຂົນຍ້າຍ".

ສຳລັບການອະນຸຍາດ ຫລືບໍ່ອະນຸຍາດ ໃຫ້ຕັດໄມ້ຕາມ ລະດູການນີ້ ແມ່ນສະເພາະປ່າຜລິດ ຫລືປ່າທີ່ທາງ ບໍລິສັດປູກເອງ ເທົ່ານັ້ນ ແຕ່ສ່ວນປ່າທັມມະຊາດ ແລະ ປ່າສງວນຕ່າງໆ ທາງຣັຖບານ ຈະບໍ່ອະນຸຍາດ ໃຫ້ປະຊາຊົນ ຫລືນັກທຸຣະກິດ ບໍລິສັດ ເຂົ້າໄປຕັດເດັດຂາດ. ຫາກມີການລັກຕັດ ກໍຈະຖືກຟ້ອງຮ້ອງ ດຳເນີນຄະດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.