ສປປລ ຄວນຄວບຄຸມ ການຂຸດຄົ້ນແຮ່ທາດ

ຣັຖບານ ສປປລາວ ຄວນກໍານົດ ປະຣິມານ ການຂຸດຄົ້ນ ແຮ່ທາດ ໃນແຕ່ລະ ຂົງເຂດ.
ຈໍາປາທອງ
2010.05.04

ຣັຖບານ ສປປລາວ ຄວນກຳນົດ ປະຣິມານການ ຂຸດຄົ້ນແຮ່ທາດ ໃນແຕ່ລະຂົງເຂດ ເພື່ອຮັກສາ ຊັພຍາກອນແຮ່ທາດ ເອົາໄວ້ບາງສ່ວນ ບໍ່ແມ່ນວ່າຈະປ່ອຍໃຫ້ ບໍຣິສັດ ເອກກະຊົນ ເຂົ້າໄປຂຸດຄົ້ນ ອອກໄປຈົນໝົດ ເພາະວ່າຊັພຍາກອນ ທີ່ວ່ານີ້ ໃຊ້ແລ້ວໝົດໄປ. ຕາມຄວາມເຫັນຂອງ ເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງອັຕປື.

"ຄັນວ່າຂຸດຄົ້ນໝົດ ເຮົາມາວິເຄາະ ເບິ່ງວ່າ ການພັທນາມັນ ອາດເກີດຫລາຍ ແຕ່ວ່າ ສົມມຸດວ່າເຮົາຂຸດໄປ ແລ້ວໝົດໄປມັນ ກໍໝົດໃດ໋ ດັ່ງນັ້ນຄວນຈັດ ບູຣິມະສິດ ບໍ? ສົມມຸດວ່າ ໃນພື້ນທີ່ຂອງ ເມືອງຊານໄຊ ມີຈັກຈຸດຄວນ ຈະດຳເນີນການ ຂຸດຄົ້ນຈັກຈຸດກ່ອນ".

ທ່ານເວົ້າຕໍ່ໄປ ວ່າປັດຈຸບັນ ບໍຣິສັດ ເອກກະຊົນ ທັງຈາກພາຍໃນ ແລະຕ່າງປະເທດ ໃຫ້ຄວາມສົນໃຈ ດຳເນີນທຸຣະກິດ ແຮ່ທາດຕ່າງໆ ທີ່ເປັນຊັພຍາກອນ ທັມມະຊາດ ຂອງປະເທດລາວ ຢ່າງຫລວງຫລາຍ ຊຶ່ງ ຣະຍະຜ່ານມາ ຣັຖບານ ກໍສນັບສນູນ ໃຫ້ພວກເຂົາເຈົ້າ ເຂົ້າມາສຳປະທານ ແລະພັທນາ ໂຄງການຕ່າງໆ ຢ່າງຕໍ່ເນື່ອງ ໃນທຸກຂົງເຂດ ເພາະເຫັນວ່າເປັນ ການພັທນາເສຖກິດ ແລະສ້າງລາຍໄດ້ ເຂົ້າຣັດ.

ແຕ່ເຖິງຢ່າງໃດ ກໍຕາມ ທ່ານກໍວ່າ ຫາກບໍ່ມີການ ຄວບຄຸມກຳນົດ ປະຣິມານ ແລະ ກຳນົດພື້ນທີ່ ຂຸດຄົ້ນແຮ່ທາດ ຄັກແນ່ ແຮ່ທາດເຫລົ່ານັ້ນ ກໍຈະຄ່ອຍໝົດໄປ ໃນເວລາ ອັນບໍ່ດົນ ແລະວ່າ ການຂຸດຄົ້ນແຮ່ທາດ ຢູ່ບາງບ່ອນໃນ ຣະຍະຜ່ານມາ ກໍມີຜົນສະທ້ອນ ໃສ່ສະພາບແວດລ້ອມ.

ພ້ອມກັນນັ້ນ ທ່ານກໍວ່າ ທາງຣັຖບານ ໜ້າຈະມີແຜນການ ກ່ຽວກັບການ ກຳນົດປະຣິມານ ການຂຸດຄົ້ນແຮ່ທາດ ເພື່ອເປັນບ່ອນອີງ ໃຫ້ແກ່ການກຳນົດ ຍຸທສາດ ທາງດ້ານ ການຂຸດຄົ້ນແຮ່ທາດ ຂອງປະເທດ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.