ການສັມປະທານທີ່ດິນຢູ່ ລາວ ສ່ວນຫລາຍແມ່ນຖືກ ພື້ນທີ່ ຂອງປະຊາຊົນ
2009.10.16
ນັກລົງທຶນ ທັ້ງພາຍໃນ ແລະຕ່າງປະເທສ ທີ່ໄດ້ຮັບກາຣ ສັມປະທານ ທີ່ດິນ ໃນສົກປິ 2008-2009 ຜ່ານມານັ້ນ ມີພຽງສ່ວນຫນ້ອຍ ເທົ່ານັ້ນ ທີ່ຖືກດຳເນີນ ໄປຕາມຂັ້ນຕອນ ຂອງກົດໝາຍ ຈື່ງເກີດມີ ຂໍ້ຂັດແຍ່ງ ຣະຫວ່າງ ຜູ້ໄດ້ຮັບ ສັມປະທານ ກັບປະຊາຊົນ ທ້ອງຖິ່ນ ທີ່ກ່ຽວຂ້ອງ ດັ່ງທີ່ທ່ານ ຄຳອ້ວນ ບຸບຜາ ຣັຖມົນຕຣີ ປະຈຳ ສຳນັກງານ ນາຍົກ ຣັຖມົນຕຣີ ປະທານອົງກາຣ ຄຸ້ມຄອງທີ່ດິນ ແຫ່ງຊາຕກ່າວວ່າ:
“ບາງບ່ອນໄດ້ມີ ກາຣອະນຸຍາຕ ໃຫ້ມີກາຣ ສັມປະທານ ທີ່ດິນມີເນື້ອ ທີ່ໆກວ້າງ ແຕ່ວ່າ ຍ້ອນຢູ່ບ່ອນນັ້ນ ເຮົາບໍ່ທັນໄດ້ ມີກາຣ ຈັດສັນດິນ ມັນເລີຽໄປຮວມ ເອົາບ່ອນຢູ່ ອາສັຍ ບ່ອນທຳມາຫາກິນ ຂອງປະຊາຊົນ ປະຊາຊົນມີ ກາຣສເນີ ຮ້ອງທຸກຂ໌ ເພື່ອໃຫ້ແກ້ໄຂ”
ນອກຈາກນັ້ນຍັງ ມີກໍຣະນີ ທີ່ວ່າ ໃນເນື້ອທີ່ດິນ ທີ່ຖືກ ສັມປະທານໄປນັ້ນ ກວມເອົາພື້ນທີ່ ກາຣຜລິຕ ຂອງປະຊາຊົນ ທີ່ຜູ້ໄດ້ຮັບ ສັມປະທານ ກໍຕ້ອງໄດ້ສົ່ງ ທີ່ດິນ ແລະ ຜົລກາຣຜລິຕ ຄືນໃຫ້ແກ່ຜູ້ ເປັນເຈົ້າຂອງ ເພື່ອບໍ່ໃຫ້ເຂົາເຈົ້າ ເສັຽຜົລປະໂຫຍຊນ໌ ດັ່ງທີ່ທ່ານ ຄຳອ້ວນ ໄດ້ກ່າວເພີ່ມວ່າ:
“ກາຣເວນຄືນຕ້ອງ ໄດ້ໃຊ້ແຖບ ກໍຕ້ອງໄປ ຊອກບ່ອນໃໝ່ ທີ່ເໝາະສົມ ປ່ຽນແທນໃຫ້ຂະເຈົ້າ ກາຣປ່ຽນແຖບໃດໆ ກໍຕາມ ບໍ່ໃຫ້ຫລຸດຕໍ່ ສະພາບທີ່ຂະເຈົ້າ ມີປັຈຈຸບັນ ດັ່ງນັ້ນ ໄດ້ກວດກາຄືນ ກາຣປະຕິບັຕ ຕົວນີ້ ໄດ້ເຮັດຖືກຕ້ອງ ແລ້ວຫລືບໍ? ຖ້າເຮັດບໍ່ຖືກ ກໍຕ້ອງໄດ້ ມີວິທີແກ້.”
ພ້ອມດຽວກັນນີ້ ທ່ານຄຳອ້ວນ ໄດ້ກ່າວຢ້ຳອີກວ່າ ໃນສົກປີ 2008-2009 ຜ່ານມານີ້ ໄດ້ມີກາຣໃຫ້ ສັມປະທານ ທີ່ດິນ ກັບນັກລົງທຶນ ທັ້ງພາຍໃນ ແລະ ຈາກຕ່າງ ປະເທສ ຕາມເຂຕແຂວງ ຕ່າງໆຮວມເປັນ ທັງໝົດຫລາຍກວ່າ 1,200ສັນຍາ ແລະ ທ່ານກໍວ່າ ສ່ວນຫລາຍ ກໍຖືກແກ້ໄຂ ເປັນທີ່ຮຽບຮ້ອຍ ໄປແລ້ວ.