ເຈົ້າໜ້າທີ່ປ່າໄມ້ ກວດພົບໄມ້ເຖື່ອນ ເຈົ້າຂອງ ກໍໄຮ້ ຮ່ອງຮອຍ

ການກວດກາປ່າໄມ້ ພຽງແຕ່ອາທີດດຽວ ຢູ່ລາວ ຄືໃນອາທິດກອ່ນ ເຈົ້າຫນ້າທີ່ປ່າໄມ້ ສາມາດຍຶດໄມ້ທ່ອນ ທີ່ຜິດກົດຫມາຍໄດ້ ເປັນຈຳນວນຫລວງຫລາຍ.
ສິດນີ
2009.08.20

ບົດລາຍງານຈາກ ກະຊວງກະສີກັມ ປ່າໄມ້ ສປປລາວ ຣະບຸວ່າການກວດກາ ປ່າໄມ້ໃນລາວ ພຽງແຕ່ໃນລະຍະ ນື່ງອາທີດທີ່ຜ່ານມາ ຄືໃນຣະຫວ່າງ ວັນທີ 6-12 ສີງຫາ ເຈົ້າຫນ້າທີ່ກວດກາ ປ່າໄມ້ ສາມາດກວດພົບ ແລະຍຶດໄມ້ຂະຍຸງ 400 ກວ່າລຳ ທີ່ເມືອງຍົມມະລາ ແຂວງຄຳມ່ວນ, ຢຶດໄມ້ຄຳພີໄດ້ 800 ທ່ອນ ຢູ່ແຂວງ ໄຊຍະບຸຣີ.

ກອ່ນຫນ້ານີ້ບໍ່ດົນ ເຈົ້າຫນ້າທີ່ປ່າໄມ້ ກໍ່ພົບການລັກລອບ ຕັດໄມ້ທ່ອນ ປະເພດຕ່າງໆ ຈຳນວນ 6ກວ່າແມັດກ້ອນ ທີ່ແຂວງບໍ່ແກ້ວ ໄມ້ຂະຍຸງຈຳນວນ 50ຕັບ ທີ່ແຂວງຈຳປາສັກ ໄມ້ດູ່ໄມ້ແຕ້ຄ່າ ຈຳນວນ 16ກວ່າແມັດກ້ອນ ຢູ່ແຂວງອຸດົມໄຊ ໄມ້ປະເພດຕ່າງໆ ກວ່າ16ແມັດກ້ອນ ທີ່ແຂວງສາຣະວັນ ແລະໄມ້ແປຮູບ ປະມານ30 ແມັດກ້ອນ ທີ່ແຂວງຊຽງຂວາງ.

ເຈົ້າຫນ້າທີ່ປ່າໄມ້ ທ່ານນື່ງເວົ້າວ່າ ທັງຫມົດນີ້ເປັນພຽງ ແຕ່ສ່ວນນ້ອຍຂອງ ຈຳນວນໄມ້ທີ່ ຖືກລັກຕັດແລະ ຊື້ຂາຍຢ່າງຜິດ ກົດຫມາຍໃນລາວ ແລະ ກໍ່ເປັນຄະດີ ທີ່ຈະສາມາດ ມາເປີດເຜີຍໃຫ້ແກ່ ມວນຊົນຮູ້ນຳໄດ້. ແຕ່ກໍ່ຍັງບໍ່ ສາມາດເປີດໂປງ ຜູ້ກະທຳຜິດໄດ້ ເພາະບໍ່ສາມາດ ຈັບກຸມຜູ້ຕ້ອງຫາ. ສ່ວນຂອງກາງທີ່ ຢືດມາໄດ້ນັ້ນ ກໍ່ບໍ່ຮູ້ວ່າ ຂແນງການທີ່ກ່ຽວຂ້ອງ ຈະແກ້ໄຂກັນ ຢ່າງໃດ.

ບັນຫາດັ່ງກ່າວ ສ້າງຄວາມກັງວົນ ໃຫ້ແກ່ ຫລາຍພາກສ່ວນ ໂດຍສະເພາະຫນ່ວຍງານ ຂອງຣັຖບານ ຜູ້ທີ່ ອອກກົດຫມາຍຫ້າມ ການຕັດໄມ້ໃນລາວ ຮ່ວມດ້ວຍ ເຈົ້າຫນ້າທີ່ທ້ອງຖີ່ນ ຜູ້ທີ່ບັງຄັບ ໃຊ້ກົດຫມາຍດັ່ງກ່າວ.

ເທົ່າເຖີງປັດຈຸບັນ ຍັງບໍ່ມີການ ຈັບກຸມກຸ່ມດັ່ງກ່າວເທື່ອ ແລະ ຫລາຍຄົນກໍ່ຄິດວ່າ ອາຈມີການ ສົມຮູ້ຮ່ວມຄິດ ຣະຫວ່າງເຈົ້າຫນ້າທີ່ ທ້ອງຖີ່ນກັບກຸ່ມ ທີ່ລັກຕັດໄມ້ ໃນລາວ ຈື່ງສາມາດຕັດໄມ້ ໄດ້ຫລາຍປານນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.