ການລັກຂຸດຮ່ອນຄໍາ ໃນສປປລາວ
2010.07.30
ໃນປັດຈຸບັນ ນີ້ຍັງມີ ປະຊາຊົນ ແລະ ເຈົ້າໜ້າທີ່ ທະຫານ ຈຳນວນນຶ່ງ ເຂົ້າໄປລັກ ຂຸດແລະ ຮ່ອນຄຳ ໃນເຂດທີ່ ບໍຣິສັດ ເອກກະຊົນ ໄດ້ຮັບ ສຳປະທານ ຢູ່ແຂວງ ຊຽງຂວາງ ເພື່ອນຳເອົາ ມາຂາຍ ໃນຕລາດເຊົ້າ ນະຄອນຫລວງ ວຽງຈັນ. ຜູ້ກະທຳຜິດ ບາງສ່ວນ ໄດ້ຖືກ ເຈົ້າໜ້າທີ່ ອັຍການ ສົ່ງໃຫ້ສານ ຕັດສິນ ລົງໂທດ ໄປແລ້ວ ແລະບາງສ່ວນ ກຳລັງຖືກ ດຳເນີນ ຄະດີ ແລະສົ່ງໄປຫາ ສານແຂວງເພື່ອ ພິຈາຣະນາ. ເຈົ້າໜ້າທີ່ ອັຍການສານ ປະຊາຊົນ ແຂວງຊຽງຂວາງ ອະທິບາຍ ກ່ຽວກັບ ເຣື້ອງນີ້ວ່າ:
"ມີຫລາຍເພາະ ວ່າເມື່ອກ່ອນ ນີ້ມັນມີ ບໍຣິສັດ ຂະເຈົ້າມາ ສຳຣວດ ຂຸດແຮ່ຄຳ ແລະຂະເຈົ້າ ກຳລັງສຳຣວດ ແລະຕໍ່ມາ ມັນມີ ປະຊາຊົນ ຫລືວ່າ ພະນັກງານ ທະຫານ ຈຳນວນນຶ່ງ ທີ່ຂະເຈົ້າ ເຂົ້າໄປຂຸດ ເອົາແຮ່ ເອົາຫຍັງ ແຕ່ວ່າພວກເຮົາ ກໍໄດ້ແກ້ໄຂ ແລ້ວຈຳນວນນຶ່ງ ຈຳນວນນຶ່ງ ກຳລັງ ຄົ້ນຄວ້າກຽມ ຈະໃຫ້ ສານຕັດສິນ".
ທ່ານເວົ້າຕໍ່ໄປ ວ່າການລັກ ຂຸດແຮ່ຄຳ ດັ່ງກ່າວ ຜູ້ລັກຂຸດ ຈະໃຊ້ ວິທີບົດ ແລະແສ່ສານ ແຮ່ທາດ ເພື່ອເອົາຄຳ. ການກະທຳ ດັ່ງກ່າວ ຕ້ອງໄດ້ໃຊ້ ຫລາຍຄົນ. ເມື່ອຈັບໄດ້ ທາງອຳນາດ ປົກຄອງແຂວງ ຕ້ອງໄດ້ ລົງໂທດ ເພາະເຄີຍໄດ້ ຕັກເຕືອນ ມາແລ້ວແຕ່ ພວກຂະເຈົ້າ ກໍຍັງດື້ດຶງ ເຮັດຢູ່ຕໍ່ໄປ.
ສຳລັບບັນຫາ ດັ່ງກ່າວ ເຈົ້າໜ້າທີ່ ອຳນາດ ປົກຄອງ ທ້ອງຖິ່ນ ໃນບ່ອນເກີດເຫດ ໄດ້ພຍາຍາມ ແກ້ໄຂ ແລະຫາວິທີ ເອົາມາຕການ ປ້ອງກັນ ແລະປາບປາມ ເພື່ອບໍ່ໃຫ້ ມີການລັກຂຸດ ແລະຮ່ອນຄຳ ໃນເຂດ ສຳປະທານ ຂອງບໍລິສັດ ເອກກະຊົນ ແຕ່ບັນຫາ ກໍຍັງເກີດຂື້ນ ຢູ່ຕລອດມາ.
ໃນເວລາ ດຽວກັນ ບໍຣິສັດ ພູເບັ້ຍມາຍນິງ ທີ່ໄດ້ຮັບ ສຳປະທານ ຈາກ ຣັຖບານລາວ ເພື່ອຂຸດຄົ້ນ ແຮ່ທາດຄຳ ໃນແຂວງ ຊຽງຂວາງນັ້ນ ປັດຈຸບັນນີ້ ກຳລັງ ສຳຣວດຂຸດຄົ້ນ ແຮ່ທາດຄຳ ເພີ້ມຕື່ມ ແຕ່ການ ຕັດສິນໃຈ ລົງທຶນ ເພີ້ມຕື່ມນັ້ນ ຍັງບໍ່ທັນ ເປັນທີ່ ແຈ່ມແຈ້ງເທື່ອ.