ການຂຸດຄໍາ ຢູ່ປາກອູ ທີ່ຜິດສັນຍາ

ປະຊາຊົນ ຫລວງພຣະບາງ ຮຽກຮ້ອງໃຫ້ ຫນ່ວຍງານ ທີ່ກ່ຽວຂ້ອງ ລົງໄປກວດກາ ການຂຸດຄໍາ ທີ່ບໍ່ປະຕິບັດ ຕາມສັນຍາ ຂອງບໍຣິສັດ ຕ່າງຊາດ ໃນເຂດປາກອູ.
ສິດນີ
2010.06.22

ທ່ານ ສາຍສມອນ ຄົມມະວົງ ສະມາຊີກ ສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ແຂວງຫລວງພຣະບາງ ກ່າວວ່າບໍຣິສັດ ຈິນຫົວຄານ ທີ່ໄດ້ຮັບ ອະນຸຍາດ ເຂົ້າມາສຳຣວດ ໃນຣະຍະ 1 ປີ ໄດ້ລັກເອົາແຮ່ຄຳ ຈຳນວນຫລວງຫລາຍ ອອກຈາກປະເທດ ໂດຍບໍ່ໄດ້ຮັບ ອະນຸຍາດຈາກ ຫນ່ວຍງານທີ່ກ່ຽວຂ້ອງ. ໂດຍການໃຊ້ຣົຖ ບັນທຸກຂົນທັງ ກາງເວັນແລະກາງຄືນ ແຕ່ຖືກເຈົ້າ ຫນ້າທີ່ຈັບໄດ້.

ທ່ານວ່າ ກອ່ນຫນ້ານີ້ ກໍ່ມີສອງ ບໍຣິສັດຕ່າງຊາດ ໄດ້ຮັບສຳປະທານ ສຳຣວດບໍ່ຄຳ ໃນບໍຣິເວນດັ່ງກ່າວ ກໍ່ໄດ້ຣະເມີດ ສັນຍາເຫມືອນກັນ ໃນນັ້ນ ກໍ່ມີບໍຣິສັດ ໂລຕັສ ແລະບໍຣິສັດ ຮວຍຈິງ ຖືກຣັຖບານລາວ ສັ່ງຍຸບ ແລະ ລົບລ້າງສັນຍາ ແຕ່ສອງ ບໍຣິສັດດັ່ງກ່າວ ຍັງລັກລອບ ຂົນເອົາຄຳ ໄປພ້ອມ.

ປະຊາຊົນ ທ້ອງຖີ່ນ ໃນເຂດດັ່ງກ່າວ ເຄີຍສເນີໃຫ້ ຫນ່ວຍງານທີ່ກ່ຽວຂ້ອງ ໃນຣະຍະທີ່ ຜ່ານມາວ່າ ບໍຣິສັດດັ່ງກ່າວ ທຳການ ຂຸດຄົ້ນແຮ່ຄຳ ຂາດຄວາມໂປ່ງໃສ ແລະ ບໍ່ຊ່ອຍພັທນາ ທ້ອງຖີ່ນຕາມທີ່ ໄດ້ຕົກລົງກັນໄວ້ ກັບຣັຖບານລາວ. ກຸ່ມດ່ັງກ່າວ ໃຫ້ສັນຍາວ່າ ຈະສ້າງ ຖນົນຫົນທາງ ໂຮງຮຽນ ໂຮງຫມໍ ຣະບົບນ້ຳ ສອາດແລະອື່ນໆ. ແຕ່ໃນທີ່ສຸດ ກໍ່ບໍ່ມີຫຍັງເກີດຂື້ນ.

ສະພາ ແຫ່ງຊາດລາວ ກໍ່ຍອມຮັບວ່າ ການຂຸດຄຳໃນລາວ ມີການເຮັດແບບ ຊະຊາຍ ຈາກການບຸກລຸກ ຂອງບໍຣິສັດ ຕ່າງຊາດແລະກຸ່ມ ບຸກຄົນແທ້ ແລະການຂຸດຄົ້ນ ສ່ວນໃຫຍ່ ກໍ່ສົ່ງກະທົບ ຕໍ່ສິ່ງແວດລ້ອມ ແມ່ນ້ຳລຳທານ ແລະ ການເປັນຢູ່ຂອງ ຊາວບ້ານ ໃນຫລາຍເຂດແລະ ຫລາຍພື້ນທີ່ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.