ເດັກນ້ອຍ ສແດງອອກ ວັນນ້ຳສາກົລ

ເດັກນ້ອຍນັກຮຽນ ໃນນະຄອນຫລວງ ວຽງຈັນໄດ້ຮ່ວມກັນ ແຕ້ມຮູບໃສ່ຝາ ຂະນາດໃຫ່ຽເພື່ອ ສະແດງຄວາມຄິດ ຄວາມເຫັນຂອງ ເຂົາເຈົ້າອອກ ກ່ຽວກັບຊີວິດຢູ່ ຕາມລໍາແມ່ນໍ້າຂອງ ຊື່ງເປັນແມ່ນໍ້າ ສໍາຄັນທີ່ສຸດ ໃນເອເຊັຽອາຄະເນ ຕອນໄຕ້.
ສົມເນ
2009.03.31
F-Riverboys ເດັກນ້ອຍລາວເກີດມາຄູ່ກັບແມ່ນ້ຳຂອງ
Photo: RFA

ການຈັດໃຫ້ເດັກ ນ້ອຍນັກຮຽນ ສແດງຄວາມຄິດ ຂອງຕົນເອງນີ້ ມີຂື້ນໃນວັນ ສລອງວັນນໍ້າ ສາກົນ ຢູ່ທີ່ ສປປລາວ, ຕາມລາຍງານ ຂ່າວຈາກ ແວບໄຊ ຂອງອົງການ ສວັດດີການ ແມ່ຍິງແລະເດັກນ້ອຍ ແຫ່ງສະຫະປະຊາຊາດ. ແຜ່ນຝາທີ່ສ້າງ ຂື້ນນັ້ນມີ ຂນາດລວງກ້ວາງ 8 ແມດ ແລະລວງຍາວ 15 ແມດຕັ້ງຢູ່ ໃນບໍຣິເວນ ໄກ້ໆກັບ ປະຕູໃຊ ຢູ່ໃຈກາງເມືອງ ນະຄອນຫລວງ ວຽງຈັນ. ເດັກນ້ອຍນັກຮຽນ ອາຍຸ 12 ປີ ຊື່ວ່າ ສິດທິດາ ກ່າວວ່າ “ລາວມີຄວາມດີ ໃຈຫລາຍທີ່ໄດ້ ມານະທີ່ນີ້ ກັບໝູ່ເພື່ອນ ຂອງລາວເພື່ອ ຂີດຂຽນຮູບພາບ ຂອງຄົນຮູບພາບ ຂອງທັມມະຊາດ ແລະສັດສາວາ ສິ່ງຢູ່ຕາມ ແມ່ນໍ້າຂອງ

ລາຍງານໃນ ແວບໄຊ ວ່າກິຈກັມ ດັ່ງກ່າວນີ້ ຖືກຈັດຂື້ນໂດຍ ການຮ່ວມມືກັນ ລະຫ່ວາງອົງການ ຊາວນຸ່ມລາວ, ຫ້ອງການຈັດຕັ້ງ ຕ່າງໆຂອງ ຣັຖບານ ຜ່ານການ ສນັບ ສນູນຈາກ ອົງການ UNICEF ປະຈໍາລາວ. ການມີສ່ວນຮ່ວມ ຂອງຊາວນຸ່ມນ້ອຍ ແມ່ນສ່ວນນື່ງຂອງ ໂຄງການລວມຂອງ ອົງການ unicef ກ່ຽວກັບນໍ້າ ຄວາມສອາດ ແລະສຸຂານາໄມ ເພື່ອສນັບສນູນ ໂຄງການຫລຸດຜ່ອນ ຄວາມທຸກຍາກໃນ ຫົວເມືອງຕ່າງໆ ຂອງລາວ. ນອກນັ້ນຍັງເປັນ ການກະຕຸ້ນ ຈິດສໍານືກຂອງ ທຸກໆລຸ້ນຄົນ ກ່ຽວກັບຄວາມ ສໍາຄັນຂອງ ແມ່ນໍ້າຂອງ ຊື່ງເປັນແຫ່ລງ ນໍ້າສະອາດ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.