ປ່າສງວນໃນລາວ ຖືກທໍາລາຍຢ່າງຕໍ່ເນື່ອງ
2010.03.22
ຣັຖບານລາວ ໄດ້ປະກາດວ່າ ການສ້າງປ່າສງວນ ມີບົດບາດສຳຄັນ ໃນການ ກຳຈັດການລັກລອບ ທຳລາຍປ່າ ແລະ ມາເຖິງ ປັດຈຸບັນນີ້ ກໍໄດ້ສ້າງ ປ່າສງວນ ແຫ່ງຊາດ 21 ແຫ່ງ ໃນທົ່ວປະເທດ ຊຶ່ງກວມ ພື້ນທີ່ທັງໝົດ 3 ລ້ານ 8 ແສນ ເຮັກຕາຣ, ເທົ່າກັບ 14 ສ່ວນຮ້ອຍ ຂອງພື້ນທີ່ຂອງ ສປປລາວ. ນອກຈາກນັ້ນ ກໍຍັງມີ ປ່າສງວນ ຂອງແຂວງ 76 ແຫ່ງ, ປ່າສງວນຂອງເມືອງ 136 ແຫ່ງ ແລະປ່າສງວນ ຂອງບ້ານອີກ ຫລາຍໆແຫ່ງ ໃນທົ່ວປະເທດ.
ເຖິງຢ່າງໃດກໍຕາມ ການລັກລອບທຳລາຍປ່າ ຢູ່ລາວ ຍັງເກີດຂື້ນຢ່າງ ກວ້າງຂວາງ ໃນທົ່ວປະເທດ ເຊັ່ນເຄີຍ. ພື້ນທີ່ປ່າສງວນ ໃນຫລາຍໆເຂດ ຍັງຖືກບຸກລຸກ ຂຸດໂຄ່ນຕລອດມາ. ເຊັ່ນປ່າສງວນນ້ຳຫ້າ ຢູ່ແຂວງຫລວງນ້ຳທາ ຊຶ່ງຖືກກຳນົດ ໃຫ້ເປັນສະຖານທີ່ ທ່ອງທ່ຽວ ແບບອະນຸລັກ ທີ່ມີຊື່ສຽງ. ສິ່ງສຳຄັນໄປກວ່ານັ້ນ ຄືປ່າສງວນ ນ້ຳຫ້າ ໄດ້ຖືກຮັບຮອງ ເອົາເປັນມໍຣະດົກ ອາຊຽນ ເມື່ອປີ 2005.
ເມື່ອບໍ່ດົນຜ່ານມາ ທ່ານ ບຸນມາ ຫົວໜ້າເຂດສອງ ກອງຄຸ້ມຄອງ ປ່າສງວນແຫ່ງຊາດ ເຂດ ພູເຂົາ ຄວາຍ ເວົ້າວ່າ ປ່າສງວນແຫ່ງນີ້ ກໍເປັນນຶ່ງ ໃນຈຳນວນ ປ່າສງວນ ຣະດັບຊາດ ທີ່ໄດ້ຖືກບຸກລຸກ ຈົນເຮັດໃຫ້ຄວາມ ອຸດົມສົມບູນຂອງ ປ່າສງວນດັ່ງກ່າວ ລົດລົງ.
ທີ່ຜ່ານມາ ຜູ້ບຸກລຸກທຳລາຍປ່າ ໄດ້ດັດແປງ ຍານພາຫະນະ ຂົນສົ່ງ ໃຫ້ຄືຣົດຂອງ ເຈົ້າໜ້າທີ່ພາກສ່ວນ ຮັບຜິດຊອບ ທີ່ໄດ້ຮັບ ອະນຸຍາດເຂົ້າ-ອອກ ເຂດປ່າສງວນ ໂດຍບໍ່ຕ້ອງຖືກກວດກາ.
ປ່າສງວນແຫ່ງຊາດ ເຂດພູເຂົາຄວາຍ ໄດ້ຖືກສ້າງຕັ້ງ ຂື້ນມາແຕ່ປີ 1993. ມີພື້ນທີ່ທັງໝົດ ປະມານ 2 ແສນເຮັກຕາຣ, ກວມເອົາສ່ວນນຶ່ງ ຂອງແຂວງວຽງຈັນ, ແຂວງບໍຣິຄຳໄຊ ແລະ ນະຄອນຫລວງ ວຽງຈັນ ຊຶ່ງຢູ່ພາຍໃຕ້ ການຄຸ້ມຄອງ ໂດຍກົງ ຂອງກະຊວງປ້ອງກັນ ປະເທດ.