ປາດຸກນັບໝື່ນໆໂຕ ຂື້ນໜ້ານໍ້າ
2010.09.23
ກົດຟັງສຽງ
ເກີດເຫດການ ປະຫລາດຂື້ນ ໃນຮອບ 50 ປີ, ປາດຸກ ນັບເປັນໝື່ນໆໂຕ ຂື້ນມາລອຍຫລີ້ນ ຢູ່ໃນທ່ານໍ້າ ຂອງເມືອງ ນະຄອນພະນົມ, ໃຫ້ຊາວບ້ານ
ຕ່າງພາກັນໄປໂຫ່ ໄປສ້ອນເອົາໄປຂາຍ ແລະ ກິນເປັນອາຫານ. ຕາມລາຍງານຂ່າວ ຜູ້ຈັດການ ຂອງໄທ ຈາກທ້ອງຖິ່ນ. ລາຍງານທີ່ອ້າງ ຕາມຄໍາເລົ່າ ຂອງນາງ ພິສໄໝ ດ້ວງສົງ ຊາວເມືອງ ນະຄອນພະນົມ ວ່າທໍາອິດນັ້ນ ມີໄທບ້ານຄົນນື່ງ ໄປຊອກຫາ ຂີ້ກະເດືອນ ຢູ່ຕາມ ແຄມຝັ່ງຂອງ ເພື່ອເປັນເຍື່ອ ຕາມເບັດ. ໄທບ້ານຄົນນັ້ນ ກໍເລີຽເຫັນ ຝູງປາດຸກ ນັບເປັນໝື່ນໆໂຕ ລອຍຫລີ້ນ ຢູ່ໜ້າທ່ານໍ້າ ລາວຈື່ງໄດ້ ກັບຄືນໄປບ້ານ ເອົາແຫໄປຂ່ວາງ ເອົາປາ ປາກົດວ່າເອົາ ເທົ່າໃດ ກໍບໍ່ໝົດ ເປັນຈັກເທື່ອ ທັ້ງໆທີ່ ເອົາລົດ ສາມລໍ້ມາແກ່ ໄປຂາຍຫລາຍ ຮອບແລ້ວ. ເມື່ອໄທບ້ານ ຮູ້ຂ່າວ ໄທບ້ານກໍແຫ່ ກັນໄປຈັບປາດຸກ ໃນແຄມທ່າ ຕ່າງຄົນ ກໍຈັບປາໄດ້ ເປັນຈໍານວນ ຫລວງຫລາຍ. ຄົນຫາປາ ໃນແຖບນັ້ນ ເວົ້າວ່າ ເຫດການ ແປກປະຫລາດ ປາດຸກປະໂລ ຂື້ນມາລອຍ ຫລີ້ນນໍ້າ ໃນແຄມທ່າແບບນີ້ ເຄີຽເກີດຂື້ນເມື່ອ 50 ປີກ່ອນ.