ພວກຄ້າຂາຍແຂວງຊຽງຂວາງ ຍັງລັກລອບຂາຍສັດປ່າ

ກຸ່ມພໍ່ຄ້າແມ່ຄ້າ ທີ່ເມືອງແປກ ແຂວງຊຽງຂວາງ ຍັງລັກລອບ ຂາຍສັດປ່າ ທີ່ຫວງຫ້າມ ຕາມທ້ອງ ຕລາດຢູ່.
ສິດນີ
2010.07.30

ທ່ານ ທອງຄຸນ ສຸທັມມະວົງ ຫົວຫນ້າ ຫນ່ວຍງານປ່າໄມ້ ທີ່ເມືອງແປກ ແຂວງຊຽງຂວາງ ເວົ້າວ່າ ກຸ່ມພໍ່ຄ້າ ແມ່ຄ້າ ໃນທ້ອງຕລາດ ຍັງລັກລອບ ນຳເອົາ ສັດປ່າ ທີ່ຫວງຫ້າມ ມາຂາຍຕາມ ຕລາດຢູ່. ຕາມກົດ ຣະບຽບແລ້ວ ຖືວ່າ ເປັນການ ກະທຳຜິດ ກົດຫມາຍ ທາງການແຂວງ ກໍທຳການ ປາບປາມຢູ່ ແຕ່ກໍ່ບໍ່ ທົ່ວເຖີງ ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ການລັກລອບ ທຸກມື້ນີ້ ມັນເປັນ ປະເພດສັດ ມັນກໍ່ບໍ່ເປັນ ສັດຫວງຫ້າມ ປະເພດຕົວເຕົ່າ ຕົວຕຸ່ນ ສ່ວນຫລຍ ຢູ່ແຂວງເຮົານີ້ ກໍມີແຕ່ ພາຍໃນເຮົາ ຕົວນີ້ ຈະບໍ່ໄດ້ເຄື່ອນ ແຕ່ກົດຫມາຍ ໄທເຮົາ ແທ້ບໍ່ໃຫ້ຄ້າ ໃຫ້ຂາຍ ເລີຍຫ້າມ 100% ເລີຍ".

ທ່ານກ່າວ ຕໍ່ໄປວ່າ ການລັກລອບ ສັດປ່າ ປະເພດ ອະນຸຮັກ ທີ່ນຳມາຂາຍ ໃນຕລາດ ນັ້ນ ສ່ວນໃຫຍ່ ປະຊາຊົນ ໃນແຂວງ ຈະຊື້ມາປຸງ ເປັນອາຫານ ກີນກັນເອງ ບໍ່ໄດ້ສົ່ງ ໄປຂາຍໃນ ຕ່າງແຂວງ ຫລືຕ່າງປະເທດ ແຕ່ຖ້າເປັນສັດ ທີ່ອະນຸລັກ ຜູ້ນຳມາ ຂາຍຕ້ອງມີ ຄວາມຜິດ ແລະຈະຖືກ ດຳເນີນ ຄະດີ ຖ້າຈັບໄດ້.

ການດຳເນີນ ຄະດີ ສ່ວນໃຫຍ່ ກໍ່ແມ່ນການ ຕັກເຕືອນ ປັບໄຫມ ແຕ່ບໍ່ໄດ້ເອົາ ໃສ່ຄຸກ ເພາະຖືວ່າ ບໍ່ຮ້າຍແຮງ ທ່ານກ່າວຕໍ່ ໄປວ່າ:

"ຈັບເລີຍ ຈັບຄົນຂາຍ ຈັບຂອງກາງ ມາດຳເນີນ ຄະດີ ຢູ່ໃນພາກ ສ່ວນກ່ຽວຂ້ອງ ເລີຍ ລົງໂທດ ກໍ່ຄັນວ່າມັນ ບໍ່ຮ້າຍແຮງ ເທື່ອທີນື່ງ ເທື່ອທີສອງ ເຮົາກໍ່ ຕັກເຕືອນ ແນະນຳ ເອົາກົດຫມາຍ ເຜີຍແຜ່ນ ໃຫ້ເຂົ້າໃຈ ແລະ ເຮົາກໍ່ຢຶດ ເປັນຂອງຣັຖ  ເທື່ອທີນື່ງ ເທືອທີສອງ ແລ້ວເຂົາກໍ່ ປັບໃຫມ ຄູນສອງຄູນສາມ ຂອງມູນຄ່າ ທີ່ເຄີຍຂາຍ ຢູ່ຕລາດ ກົດຣະບຽບ ເຮົາກໍຄື ແນວນັ້ນ".

ຫນ່ວຍງານ ອະນຸຮັກ ສັດປ່າ ທີ່ນະຄອນ ຫລວງວຽງຈັນ ຖແລງວ່າ ກິຈການ ປົກປ້ອງ ແລະ ອະນຸຮັກ ສັດປ່າ ເປັນສີ່ງສຳຄັນ ທີ່ຈະຕ້ອງ ປະຕິບັດ ດ້ວຍຄວາມ ຮ່ວມມືຂອງ ປະຊາຊົນ ທ້ອງຖີ່ນ ບັນຫາດັ່ງກ່າວ ຈື່ງຈະຖືກ ແກ້ໄຂ ເພື່ອໃຫ້ສັດປ່າ ຍັງຄົງເຫລືອ ຢູ່ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.